ໜັງສັ້ນແນະນຳ

ອັບເດດໄອທີ: ເປີດໂຕ iPhone 11, 11 pro, 11pro max ມາພ້ອມກັບຊິບສຸດແຮງ A13 Bionic

ເປີດໂຕ iphone 11

ສຸດທ້າຍກະໄດ້ເປີດໂຕກັນໄປເປັນທີ່ຮຽບຮ້ອຍກັບມືຖື iPhone 11 series ທີ່ຫຼາຍຄົນລໍຖ້າ,​ ທີ່ຄັ້ງນີ້ມາພ້ອມກັນທັງໝົດ 3 ລຸ້ນຄື: iPhone 11, iPhone 11 pro ແລະ iPhone 11 pro max ເຊິ່ງລາຍລະອຽດຈະເປັນແນວໃດນັ້ນເຮົາມາຕິດຕາມກັນເລີຍ:

ການອອກແບບ
iPhone 11 ມີທັງໝົດ 6 ສີ ດຳ, ຂຽວ, ມ່ວງ, ເຫຼືອງ, ຂາວ, ແດງ, ໂຕເຄື່ອງນັ້ນເຮັດຈາກອາລູມີນຽມ, ສ່ວນອີກສອງລຸ້ນນັ້ນໃຊ້ ສະແຕນເລດ ທາງຫຼັງເປັນແກ້ວ. 



ໜ້າຈໍ 
iPhone 11 ມາພ້ອມຈໍ Liquid Retina Display ແບບ LCD ຂະໜາດ 6,1 ນິ້ວ, ສ່ວນ iPhone 11 pro  ແລະ 11 Pro max ຈະມາພ້ອມຈໍ OLED ແບບ Super Retina XDR ທີ່ມີຂະໜາດໜ້າຈໍທີ່ 5.8 ນິ້ວ ແລະ 6.5 ນິ້ວ ຕາມລຳດັບ, ຮອງຮັບການສະແດງຜົນ HDR ແລະ ເຄືອບດ້ວຍ Oleophobic ກັນນ້ຳເກາະຕາມໜ້າຈໍ.

ລະບົບສຽງ
iPhone 11 ທັງສາມລຸ້ນ ມາພ້ອມລະບົບສຽງ Dolby Atmos ແລະ ລຳໂພງແບບ Spatial Audio ທີ່ໃຫ້ສຽງດັງສົມຈິງ ເຮັດໃຫ້ການເບິ່ງໜັງຟັງເພງມີມິຕິ.


ຊິບ CPU ໂຕໃໝ່
iPhone 11 ທັງສາມລຸ້ນຍັງມາພ້ອມກັບຊິບໂຕໃໝ່ລ່າສຸດຢ່າງ Apple A13 Bionic ທີ່ແຮງທີ່ສຸດໃນບັນດາ ສະມາດໂຟນໃນຕອນນີ້ ໂດຍທຽບກັບ A12  ແລະ Snapdragon 855 ຫຼື Kirin 980 ຈະແຊງກິນຂາດລອຍແບບບໍ່ເຫັນຝຸ່ນ.


ມາດຕະຖານກັນນ້ຳກັນຝຸ່ນ IP68
ໂດຍ iPhone 11 ທັງສາມລຸ້ນ ສາມາດກັນນ້ຳກັນຝຸ່ນໄດ້ ໂດຍສາມາດຈຸ່ມນ້ຳເລິກ 2 ແມັດໃນເວລາ 30 ນາທີ.

ກ້ອງ
ສຳລັບ iPhone 11 ຈະມີກ້ອງຫຼັງຄູ່, ປະກອບໄປດ້ວຍເລນມຸມກວ້າງ 12MP 26mm F/1.8 ກັນສັ່ນ OIS + len ultrawide 120 ອົງສາ ຄວາມລະອຽດ 12MP 13mm F/2.4 ສາມາດຖ່າຍ 4K 60fps ໄດ້ ມາພ້ອມກ້ອງໜ້າ 12 ລ້ານພິກເຊວສາມາດຖ່າຍວີດີໂອແບບ slow motion ໄດ້.

ສ່ວນ iPhone 11 pro, 11 pro max ມາພ້ອມກັບກ້ອງຫຼັງ 3 ໂຕ ປະກອບໄປດ້ວຍເລນ wide 12 MP F/1.8 OIS, ເລນ zoom 2x  12MP F/2.0 OIS ແລະ ເລນ Ultrawide 120 ອົງສາ 12MP F/2.4. ມາພ້ອມໂໝດກ້ອງທີ່ຫຼາກຫຼາຍ ບໍ່ວ່າຈະເປັນໂໝດຖ່າຍກາງຄືນໃນບ່ອນແສງໜ້ອຍ, ໂໝດຊູມ, ແລະ ໂໝດມຸມກວ້າງ 120 ອົງສາ ສາມາດຖ່າຍວີດີໂອໄດ້ພ້ອມກັນຈາກກ້ອງທັງ 4 ໂຕລວມກ້ອງໜ້າ, ໂດຍເຮົາເລືອກມຸມແຕ່ລະກ້ອງໄດ້ ແຕ່ຕອ້ງໃຊ້ຜ່ານແອັບ Filmic Pro ທີ່ຈະເປີດໂຕໄວໆນີ້.


ແບັດເຕີຣີ
iPhone 11 ອຶດກວ່າ iPhone XR 1 ຊົ່ວໂມງ, ສ່ວນອີກ 2 ລຸ້ນນັ້ນຫຼາຍກວ່າເກົ່າ 4 ຊົ່ວໂມງ ມາພ້ອມລະບົບສາກໄວ 18W ທີ່ສາມາດສາກແຕ່ 0-50% ປະມານເຄິ່ງຊົ່ວໂມງເທົ່ານັ້ນ ແລະ ມີຫົວສາກ 18W ແຖມມາໃນກ່ອງນຳ (ສະເພາະລຸ້ນ Pro, Pro max)

ສະເປັກທັງໝົດຂອງ iPhone 11 
  • ໜ້າຈໍ IPS LCD Liquid Retina 6.1"  1792 x 828 ພິວເຊວ 
  • ຄວາມໜາແໜ້ນ 326ppi 
  • CPU: Apple A13 Bionic
  • ຄວາມຈຸ: 64GB/128GB/256GB
  • ແບັດເຕີຣີ່ໄຊ້ງານຫຼາຍກວ່າ iPhone XR 1 ຊົ່ວໂມງ
  • ຮອງຮັບສາກແບບບໍ່ໃຊ້ສາຍ
  • ຮອງຮັບສາກໄວ 18ວັດ ແຕ່ຕອ້ງຊື້ຫົວສາກແຍກ
  • ກ້ອງຫຼັງຄູ່ 12MP F/1.8, F/2.4
  • ກ້ອງໜ້າ 12 ລ້ານພິກເຊວ F/2.2
  • ກັນນ້ຳກັນຝຸ່ນ IP68
  • ປົດລອ໋ກດ້ວຍ Face ID
  • ຮອງຮັບ 2 ຊິມ
  • ມີ 6 ສີໃຫ້ເລືອກ
  • ລຳໂພງຄູ່ Stereo Dolby Atmos
  • port lightning
  • ລາຄາເລີ່ມຕົ້ນ 699$ 

ສະເປັກທັງໝົດຂອງ iPhone 11 pro, 11 Pro max

  • ໜ້າຈໍ OLED Super Retina 5.8"  | 6.5"
  • ຄວາມໜາແໜ້ນ 458ppi ຮອງຮັບ HDR10, Dolby Vision
  • CPU: Apple A13 Bionic
  • ຄວາມຈຸ: 64GB/256GB/512GB
  • ແບັດເຕີຣີ່ໄຊ້ງານຫຼາຍກວ່າ iPhone XR 4 ຊົ່ວໂມງ | 11 Pro max 5 ຊົ່ວໂມງ
  • ຮອງຮັບສາກແບບບໍ່ໃຊ້ສາຍ
  • ຮອງຮັບສາກໄວ 18ວັດ 
  • ກ້ອງຫຼັງ 3 ໂຕ: 12MP + 12MP + 12MP F/1.8+F/2.0+F/2.4
  • ກ້ອງໜ້າ 12 ລ້ານພິກເຊວ F/2.2
  • ປົດລອ໋ກດ້ວຍ Face ID
  • ກັນນ້ຳກັນຝຸ່ນ IP68 ລົງນ້ຳໄດ້ເລິກເຖິງ 4 ແມັດ 30 ນາທີ
  • ຮອງຮັບ 2 ຊິມ (1nano SIM + eSIM)
  • ມີ 4 ສີໃຫ້ເລືອກ
  • ລຳໂພງຄູ່ Stereo Dolby Atmos
  • port lightning 
  • ລາຄາເລີ່ມຕົ້ນ 999$  ສ່ວນ 11 Pro max ເລີ່ມຕົ້ນທີ່ 1099$

iPhone ທັງສາມລຸ້ນ ຈະເລີ່ມວາງຂາຍໃນຊ່ວງທ້າຍເດືອນນີ້ໃນກຸ່ມປະເທດທຳອິດທີ່ເປັນພັນທະມິດຂອງ iPhone







No comments:

Post a Comment

spv media ທີມງານຖ່າຍທຳວີດີໂອ, ຮູບເງົາ, ໂຄສະນາ ແລະ ສາລະຄະດີຕ່າງໆ Designed by Templateism.com Copyright © 2019

Theme images by Barcin. Powered by Blogger.
Published By Gooyaabi Templates