ໜັງສັ້ນແນະນຳ

ລະວັງ !!!! ອາການເຫຼົ່ານີ້ຈະເກີດຂື້ນກັບເຈົ້າ ຖ້າເຈົ້າຕິດໂລກອອນລາຍຫຼາຍເກີນໄປ


ລະວັງ !!!! ອາການເຫຼົ່ານີ້ຈະເກີດຂື້ນກັບເຈົ້າ, ລະວັງ, ເຕືອນໄພ, ຕິດໂລກອອນລາຍ, ສາລະໜ້າຮູ້, ເຄັດລັບຄວາມຮູ້, ບົດຄວາມຈາກທີ່ປຶກສາ, ແອັດມິນທີ່ປຶກສາ, ທີ່ປຶກສາບັນຫາຊີວິດ ຄອບຄົວ ແລະ ຫົວໃຈ

ປະຈຸບັນ ປະຕິເສດບໍ່ໄດ້ວ່າ ໂລກອອນລາຍກໍາລັງມີຜົນຕໍ່ການໃຊ້ຊີວິດໃນສັງຄົມປະຈຸບັນ, ບາງຄົນກະຢູ່ກັບໂລກອອນລາຍເປັນມື້ໆ  ສັງເກດໄດ້ວ່າ ໄປໃສມາໃສກະເລີ່ມເຫັນສັງຄົມກົ້ມໜ້າຫຼາຍຂື້ນ. ແຕ່ຮູ້ຫຼືບໍ່ ການທີ່ເຮົາໃຊ້ຊີວິດຕິດໜ້າຈໍຫຼາຍເກີນໄປ ມັນສົ່ງຜົນໄລຍະຍາວດ້ານສຸຂະພາບ ແລະ ຮ່າງກາຍເຮົາເອງ. ຕໍ່ໄປນີ້ຄື ບັນຫາຕ່າງໆ ທີ່ຈະມາຫາເຮົາ ຖ້າຫາກເຮົາຕິດໂລກອອນລາຍຫຼາຍເກີນໄປ.

1. ຄວາມສາມາດໃນການເຮັດວຽກພາຍໃນມື້ຫຼຸດລົງ.
ເມື່ອເຈົ້າຕິດໂລກໂຊຊ່ຽວຫຼາຍເກີິນໄປ ເຈົ້າຈະມັກໃຊ້ເວລາຢູ່ກັບການເລື່ອນເບິ່ງຂໍ້ມູນ, ກົດ ຣີເຟສ ຫຼື ໂຫຼດຂໍ້ມູນໃໝ່ ເພື່ອເບິ່ງວ່າໃຜອັບຮູບຫຍັງ,​ ຫຼືໃຜມາໄລ ມາແຊ ໂພສຂອງເຮົາ..​ ກວ່າຈະຮູ້ໂຕເຮົາກະຢູ່ແບບນີ້ໄປຫຼາຍຊົ່ວໂມງແລ້ວ, ເຮັດໃຫ້ເສຍເວລາໃນແຕ່ລະມື້ ຈົນລືມວ່າໂຕເອງຄວນເອົາເວລານັ້ນໄປເຮັດວຽກ ຫຼື ຢ່າງອື່ນທີ່ມີປະໂຫຍດແກ່ໂຕເຮົາເອງ.

2. ມັກຈະຮູ້ສຶກຜິດ ແລະ ມີທັດສະນະຄະຕິ ໃນດ້ານລົບ.
ເຖິງແມ່ນເຈົ້າຮູ້ແລ້ວວ່າ ຕົນເອງຢູ່ກັບໂລກຂອງໂຊຊ່ຽວ ຫຼາຍເກີນໄປ ແລະ ການທີ່ເຮັດແນວນັ້ນບໍ່ດີເສຍເວລາໄປວັນໆ ແຕ່ເຈົ້າກະຍັງເຂົ້າໄປເບິ່ງ ແລະ ເຮັດແບບເກົ່າຢູ່, ຈຶ່ງເຮັດໃຫ້ຮູ້ສຶກເສຍເວລາ ແລະ ຮູ້ສຶກຜິດກັບມັນແຖມຍັງເວລາໄປເສບຂໍ້ມູນຂ່າວສານທີ່ ມີການຂຽນຂ່າວມົ້ວ, ເຮັດໃຫ້ເຂົ້າໃຈຜິດ ຈະເຮັດໃຫ້ຈິດໃຈເຮົາມີທັກສະນະຄະຕິ ດ້ານລົບອີກດ້ວຍ.

3. ຈະຮູ້ສຶກວ່າໂຕເອງຢູ່ໂດດດ່ຽວ ແລະ ຊີວິດບໍ່ດີຄືຄົນອື່ນ.
ເມື່ອຄວາມສົນໃຈຂອງເຈົ້າຫຼາຍຂື້ນຜ່ານຂ່າວສານໃນໂລກໂຊຊ້ຽວມີເດຍສິ່ງທີ່ຈະນຳມາຄື ຄວາມຮູ້ສຶກໂດດດ່ຽວ ໂດຍສະເພາະຍາມເທດສະການ ຍ້ອນວ່າ ເຈົ້າກຳລັງເຂົ້າໄປໃນໂລກໂຊຊ່ຽວ, ໄປເຫັນໂພສ ຕ່າງໆເຊັ່ນ:  ໂຊຮ້ານຫຼູຫຼາການໄປຫຼິ້ນໄປທ່ຽວ, ການແຕ່ງງານ, ການໃຊ້ຊີວິດແບບງົດງາມ, ການມີຄວາມຮັກດີດີ... ແລ້ວກໍ່ໄດ້ກັບເອົາມາປຽບທຽບໂຕເອງວ່າເຮົາຄືບໍ່ເປັນແບບເຂົາ, ເຮົາຄືບໍ່ໄດ້ແຕ່ງງານຄືເຂົາ, ເຮົາຄືບໍ່ໄດ້ໄປທ່ຽວແບບເຂົາ, ເຮົາຄືບໍ່ມີໃຜເຂົ້າມາ... ແລ້ວເວລານັ້ນຄວາມຮູ້ສຶກໂດດດ່ຽວ ແລະ ນ້ອຍໃຈ ວ່າຊີວິດຕົນເອງຄືບໍ່ເປັນດັ່ງຄົນອື່ນ... 

ອ່ານແລ້ວຢ່າລືມເຂົ້າໄປກົດໄລເປັນກຳລັງໃຈໃຫ້ເຮົາແນ່ເດີ້ທີ່ເພຈ ທີ່ປຶກສາບັນຫາຊີວິດ ຄອບຄົວ ແລະ ຫົວໃຈ

4. ມີບັນຫາເລື່ອງສຸຂະພາບຕາ ແລະ ນອນບໍ່ຫຼັບ.
ການໃຊ້ເວລາຢູ່ກັບໜ້າຈໍ ຈະເຮັດໃຫ້ສາຍຕາເຮົາເລີ່ມເສຍເທື່ອລະໜ້ອຍ, ເຊິ່ງການທີ່ມີແສງເຂົ້າມາໃນດວງຕາ ເຮັດໃຫ້ສົ່ງຜົນລົບຕໍ່ຕາ ແລະ ການເບິ່ງ,​ ໃນຂະນະດຽວກັນການວົນວຽນແຕ່ຢູ່ໃນໂລກອອນລາຍດົນເກີນໄປ ຈະເຮັດໃຫ້ເຮົາເຈັບຫົວ ແລະ ສົ່ງຜົນຕໍ່ການນອນຫຼັບຂອງເຈົ້່າ ຖ້າເກີດຂື້ນໄລຍະຍາວ ຈະສົ່ງຜົນຕໍ່ສຸຂະພາບຂອງເຈົ້າແນ່ນອນ.

5. ມີຄວາມສ່ຽງທີ່ຈະເຮັດໃຫ້ເປັນໂລກປະສາດ.
ປະຈຸບັນເຮົາຢູ່ກັບໂລກອິນເຕີເນັດຫຼາຍເກີນໄປ ອ່ານນັ້ນອ່ານນີ້ກະຢູ່ໃນອິນເຕີເນັດ, ແຕ່ທ່ານຮູ້ຫຼືບໍ່ ? ວ່າເຮົາອ່ານໃນອິນເຕີເນັດມັນເຮັດໃຫ້ເຮົາຈືຄຳທີ່ເຮົາອ່ານນັ້ນບໍ່ໄດ້ ຫຼື ໜ້ອຍກວ່າການອ່ານປື້ມ. ແລະ ອີກຢ່າງໜຶ່ງຄືເຮົາເສຍເວລາຫວ່າງໄປເຮັດປະໂຫຍດແກ່ໂຕເອງເຊັ່ນ ການອອກກຳລັງກາຍຕ່າງໆ ເມື່ອສະໝອງເຮົາບໍ່ຄ່ອຍໄດ້ໄຊ້ງານໜັກ ບໍ່ຄ່ອຍໄດ້ວິເຄາະຫຍັງຈາກການອ່ານ ຈະເຮັດໃຫ້ເຮົາບໍ່ຄ່ອຍໄດ້ຝຶກເລື່ອງການຈື່ຈຳ ເຮັດໃຫ້ ເຮົາຈະເລີ່ມຫຼົງໆລືມໆ ເຮັດໃຫ້ມີບັນຫາເລື່ອງສະໝອງ ແລະ ລະບົບປະສາດໄດ້.

6. ມີໝູ່ໃນໂລກອອນລາຍຫຼາຍ ແຕ່ ສຸດທ້າຍບໍ່ມີໃຜໃນຊີວິດຈິງ.
ບາງຄົນເປັນເນັດໄອດໍ້, ໝູ່ ກັບຄົນຕິດຕາມຫຼາຍພັນ ຫຼາຍໝຶ່ນຄົນ, ຄົນໃນໂລກອອນລາຍໃຜໆກະຄິດວ່າ ເຮົາຕ້ອງມີຄົນມາລົມຫຼາຍ ມາຈີບຫຼາຍ, ມີໝູ່ຫຼາຍ ແຕ່ແລ້ວ ຊີວິດຈິງເຮົາເມົາແຕ່ກົ້ມຢູ່ກັບໜ້າຈໍ ບໍ່ມີໂອກາດ ບໍ່ມີເວລາອອກໄປສ້າງສັນກັບໝູ່ຈິງ ເລີຍເຮັດໃຫ້ຄວາມສຳພັນເຫີນຫ່າງຂື້ນ ສຸດທ້າຍແລ້ວ ຊີວິດຈິງບໍ່ຄ່ອຍມີໃຜເລີຍ. ເວລາມີງານ ຫຼື ມີບັນຫາ ໝູ່ໃນໂລກອອກລາຍ ຫຼື ໝູ່ໃນຊີວິດຈິງລະ ທີ່ຈະມາຊ່ວຍເຮົາໄດ້ ?

7. ເສຍເງິນແບບບໍ່ຮູ້ໂຕ.
ເສຍແບບໃດລະ ເຫັນຫຼາຍຄົນລະ ໂດຍສະເພາະຄົນທີ່ກຳລັງຮຽນ ບໍ່ມີເງິນເດືອນເປັນໂຕຂອງໂຕເອງ ອາໃສພໍ່ແມ່ໃຫ້ໄປໂຮງຮຽນ ແລ້ວ ກະອົດໆຢອມໆ ເພື່ອເອົາເງິນມາເຕີມຄ່າອິນເຕີເນັດ ເພື່ອຈະມາຫຼິ້ນໂລກອອນລາຍ ເລື່ອນໄປເລື່ອນມາ ອ້າວວວວວ ເນັດໝົດ...  ຕ້ອງໄດ້ຄົ້ນກະເປົາເອົາເງິນໄປຊື້ບັດ..  ໝົດເດືອນກະໝົດຫຼາຍແສນເຕີບ.. ຍັງບໍ່ນັບທັງເງິນຄ່າໄຟທີ່ຕ້ອງທຽວສາກໂທລະສັບ ແຖມຍັງໂທລະສັບເພໄວຂື້ນ ແລ້ວຕ້ອງມາແປງ ຫຼື ຊື້້ໃໝ່ອີກ ແລ້ວຍັງມີບາງທີເລື່ອນໄປເລື່ອນມາເຈິເຄື່ອງອອນລາຍລະໃຈອອ່ນ ຫຼົງຊື້ອີກກະມີ...

ທັງໝົດນັ້ນເປັນສິ່ງທີ່ແອັດມິນໄດ້ລວບລວມມາຝາກ ເຮົາຄວນອ່ານເບິ່ງ ແລະ ຫາທາງທີ່ຈະຫຼີກລ່ຽງມັນໃຫ້ຫຼາຍທີ່ສຸດ ເພື່ອຈະບໍ່ສົ່ງຜົນໃຫ້ເຮົາໄລຍະຍາວໄດ້. ໄວ້ເຈິກັນໃໝ່ບົດຄວາມໜ້າ ສະບາຍດີ.

ແອັດມິນ ທີ່ປຶກສາ ບັນຫາຊີວິດ ຄອບຄົວ ແລະ ຫົວໃຈ












No comments:

Post a Comment

spv media ທີມງານຖ່າຍທຳວີດີໂອ, ຮູບເງົາ, ໂຄສະນາ ແລະ ສາລະຄະດີຕ່າງໆ Designed by Templateism.com Copyright © 2019

Theme images by Barcin. Powered by Blogger.
Published By Gooyaabi Templates