USB 4 ຈະມີຄວາມໄວໃນການຖ່າຍໂອນຂໍ້ມູນໄດ້ສູງສຸດ 40 Gbps ໂດຍໄດ້ຮັບການຮ່ວມມືພັດທະນາໂດຍ Intel Corporation ກັບ USB Promoter Group ເຮັດໃຫ້ USB 4 ມີລັກສະນະສຳຄັນດັ່ງນີ້:
- ຖ່າຍໂອນຂໍ້ມູນຮັບ-ສົ່ງໄດ້ສູງສຸດ 40Gbps ແຕ່ຕ້ອງຂື້ນກັບສາຍທີ່ຮອງຮັບ
- ສາມາດຮອງຮັບການໃຊ້ຕໍ່ຈໍພາບ ໄດ້.
- ຮອງຮັບເທັກໂນໂລຢີເກົ່າໄດ້ຢ່າງ USB 2.0, USB 3.0, 3.1, 3.2 ແລະ Thunderbolt 3 ໄດ້.
USB 4 ຄາດວ່າຈະໄດ້ໃຊ້ຢ່າງແຜ່ຫຼາຍໃນໄຕມາດ 2 ຂອງປີ 2020 ເນື່ອງຈາກຜູ້ຜະລິດຫຼາຍໆເຈົ້າຍັງຄົງຕ້ອງການຂາຍໂຕເກົ່າອອກຈາກສະຕ໋ອກກ່ອນ.
No comments:
Post a Comment