ຖ້າຫາກເຈົ້າເຄີຍເບິ່ງໜັງກາຕູນທີ່ມີຄວາມສຳພັນແບບແປກປະຫຼາດ ແລະ ພາບງາມຊວນຈິນຕະນາການ ເຮັດໃຫ້ປະທັບໃຈໃນເລື່ອງ Your Name ມາແລ້ວ, ຫ້າມພາດ ກັບເລື່ອງ Weathering with you ທີ່ເປັນຜົນງານໃໝ່ລ່າສຸດຂອງ ຊິນໄຄ ມາໂກໂຕະ ຜູ້ທີ່ສ້າງສັນງານເອນີເມເຊິ່ນ ລຸ້ນໃໝ່ຂອງຍີ່ປຸ່ນ ສູ່ເວທີເອນີເມເຊີ່ນລະດັບໂລກ ໂດຍເລື່ອງໃໝ່ຜົນງານຂອງເຂົານີ້ ໄດ້ໃສ່ຊື່ວ່າ Tenki no ko ຫຼື Weathering with you
ເລື່ອງຫຍໍ້: Weathering with you
ເປັນການເລົ່າເລື່ອງລາວຂອງ ໂມຣິຊິມະ ໂຮດາກະ ເດັກໜຸ່ມຊາວດອນ ທີ່ຕັດສິນໃຈເຂົ້າໃນເມືອງເພື່ອຫາຄວາມທ້າທາຍໃນຊິວິດ
ແຕ່ກັບບໍ່ໄດ້ເປັນຢ່າງທີ່ຫວັງໄວ້,
ເຂົາໃຊ້ຊີວິດຢູ່ຢ່າງໂດດດ່ຽວ
ພ້ອມກັບການຮັບງານເປັນນັກຂຽນໃຫ້ກັບວາລະສານແນວລຶກລັບ ແລະ ໃນວັນທີ່ເຂົາເລີ່ມເຮັດວຽກ
ກັບເປັນມື້ທີ່ສະພາບອາການແປປ່ວນບໍ່ເປັນໃຈ, ທ່າມກາງຄວາມປຽກຊື້ນໃນສາຍຝົນ
ເຂົາກໍ່ໄດ້ພົບກັບ ອາມາໂນະ ຮິນະ ຍິງສາວຜູ້ອາລົມດີ ແລະ
ມີພະລັງມະຫັດສະຈັນໃນການຢຸດຝົນໄດ້ ພຽງແຕ່ອະທິຖານເທົ່ານັ້ນ, ຈາກນັ້ນ ຄວາມສຳພັນທັງສອງ ກໍ່ໄດ້ເລີ່ມຕົ້ນຂື້ນ
ທ່າມກາງເມືອງທີ່ມີຟ້າຝົນແສນປະຫຼາດ,
ເຊິ່ງຄວາມສຳພັນທັງສອງຈະເປັນແນວໃດ ຄໍໜັງດັ່ງກ່າວບໍ່ຄວນພາດ, ໜັງມີແຜນເຂົ້າສາຍໃນວັນທີ 5 ກັນຍານີ້
Weathering with you ເປັນໜັງທີ່ຍີ່ປຸ່ນສົ່ງລາຍຊື່ເຂົ້າຊິງລາງວັນ ອອສກ້າ
ໂດຍໜັງດັ່ງກ່າວໄດ້ຮັບພິຈາລະນາວ່າຈະສົ່ງເຂົ້າຊິງລາງວັນ ອອສກ້າ ໃນສາຂາ Best International Feature Film ເຊິ່ງຈະກາຍເປັນໜັງແນວ ເອນີເມເຊິ່ນ ເລື່ອງທີສອງ ຂອງຍີ່ປຸ່ນທີ່ເຂົ້າຊິງໃນສາຂານີ້ ຫຼັງຈາກທີ່ເຄີຍເຂົ້າຊິງໃນປີ 1998 ກັບເລື່ອງ Princess Monokoke ຈາກ Studio Ghibli.
Weathering with you ກວດລາຍໄດ້ທັງໝົດ ໝື່ນລ້ານເຢັນ
ຜ່ານການສາຍໃນຍີ່ປຸ່ນ 34 ວັນ Weathering with you ກໍ່ໄດ້ສ້າງປາກົດການກວດລາຍໄດ້ໄປທັງໝົດ 10,073,344,500 ເຢັນ ຫຼື ປະມານ 94,59 ໂດລາສະຫະລັດ ເຮັດໃຫ້ໜັງດັ່ງກ່າວຕິດ 10 ອັນດັບໜັງທີ່ເຮັດລາຍໄດ້ສູງສຸດຕະຫຼອດການຂອງຍີ່ປຸ່ນເປັນທີ່ຮຽບຮ້ອຍແລ້ວ.
Weathering with you ມີແຜນເຂົ້າສາຍໃນລາວວັນທີ 5 ກັນຍາ 2019 ນີ້.
No comments:
Post a Comment