ໜັງສັ້ນແນະນຳ

5 ປະເພດສາວໆ ທີ່ຜູ້ຊາຍບໍ່ປະຕິເສດ



5 ປະເພດສາວໆ ທີ່ຜູ້ຊາຍບໍ່ປະຕິເສດ, ສາລະໜ້າຮູ້, ສາວໆ, ເລື່ອງສາວໆ, ໄວລຸ້ນ, ຊີວິດ,​ຄວາມຮັກ, ຄອບຄົວ, ບົດຄວາມຈາກທີ່ປຶກສາ, ທີ່ປຶກສາ ບັນຫາຊີວິດ ຄອບຄົວ ແລະ ຫົວໃຈ


ສາວໆຫຼາຍໆຄົນ ອາດຈະໃຝ່ຝັນຢາກໄດ້ຄວາມຮັກ,  ແຕ່ບາງຄົນຊ້ຳພັດອາພັບຮັກບໍ່ມີໃຜເຂົ້າມາເລີຍ ອາດຈະເປັນເພາະບຸກຂະລິກ ຫຼື ໜ້າຕາ ແລະ ການແຕ່ງໂຕ. ບາງຄົນກະເຖິງຂັ້ນໄປເຮັດສະເໜ່ເພື່ອໃຫ້ໄດ້ຊາຍທີ່ຕົນໝາຍປອງ. ແຕ່ແທ້ຈິງແລ້ວ ສະເໜ່ນັ້ນເກີດຈາກການກະທຳຂອງໂຕເຮົາເອງ ຖ້າເຮົາມີເອກະລັກເປັນຂອງເຮົາເອງ ມີບຸກຂະລິກທີ່ດີ ກໍ່ຈະເຮັດໃຫ້ສະເໜ່ອອກມາແບບອັດຕະໂນມັດ.  ຕໍ່ໄປນີ້ຄືສະເໜ່ຂອງສາວໆ ທີ່ຊາຍໜຸ່ມເຫັນແລ້ວບໍ່ອາດປະຕິເສດໄດ້.

1.   ເອົາໃຈເກັ່ງ ອ້ອນເກັ່ງ.
ຖືໄດ້ວ່າເປັນສະເໜ່ຂັ້ນພື້ນຖານທີ່ໄດ້ຜົນດີສຸດ, ​ແຕ່ສາວໆພັດບໍ່ຄ່ອຍປະຕິດບັນປານໃດ ເພາະບາງຄົນອາດຈະເປັນຄົນຂີ້ອາຍ

2.   ອ່ອນຫວານ ແລະ ອ່ອນໂຍນ.
ຜູ້ຍິງກັບຄວາມອ່ອນຫວານເປັນແນວຄູ່ກັນຢູ່ແລ້ວ,  ເຖິງແມ່ນວ່າບາງຄົນຈະເປັນຫ້າວໆ ແຕ່ເຊື່ອວ່າທາງໃນເຈົ້າຍັງຄົງອ່ອນຫວານຢູ່ ດຶງຈຸດນີ້ອອກມາໃຫ້ໄດ້

ອ່ານແລ້ວເຂົ້າໄປກົດໄລ ເປັນກຳລັງໃຈໃຫ້ພວກເຮົາດ້ວຍທີ່ ທີ່ປຶກສາ ບັນຫາຊີວິດ ຄອບຄົວ ແລະ ຫົວໃຈ

3.   ເປີດເຜີຍ ແລະ ຈິງໃຈ.
ຄິດຫຍັງຢູ່ກະໃຫ້ເວົ້າອອກມາຢ່າປິດບັງ,  ຢ່າຕົວະ,​ ຖ້າເຈົ້າບໍ່ຍອມເປີດເຜີຍໂຕຕົນທີ່ແທ້ຈິງອອກມາກະຢ່າໄປຄາດຫວັງວ່າຈະໃຫ້ເຂົາຮູ້ໃຈເຈົ້າໄດ້.

4.   ບຸກຂະລິກເປັນຜູ້ໃຫ່ຍ
ແມ່ນຢູ່ວ່າເປັນຄົນຂີ້ຫວງ ແຕ່ກະຄວນໃຫ້ພື້ນທີ່ສ່ວນໂຕໃຫ້ອີກຝ່າຍ ຕ້ອງເຝິກຝົນແບບນີ້ເອົາໄວ້ ບໍ່ຄວນຈູ້ຈີ້ຈຸກຈິກເກີນໄປ

5.   ສະຫຼາດຄ່ອງແຄ້ວ.
ສາວໆທີ່ມີບຸກຂະລິກແບບສະມາດ, ສະຫຼາດ ເວົ້າຫຍັງກະຮູ້ຈັກ ແລະ ໄປນຳກັນໄດ້,  ຈະມີສະເໜ່ ເໝາະກັບຍຸກນີ້ເປັນທີ່ສຸດ.

ທັງໝົດນີ້ຍັງເປັນພຽງບາງສ່ວນເທົ່ານັ້ນ ອາດຈະມີຫຼາຍກວ່ານີ້ ສຳຄັນສະເໜ່ນັ້ນຕ້ອງອອກມາຈາກໃຈ ບໍ່ແມ່ນພະຍາຍາມ. ສະນັ້ນເຮົາຄວນນຳໃຊ້ຢ່າງຖືກວິທີ.

No comments:

Post a Comment

spv media ທີມງານຖ່າຍທຳວີດີໂອ, ຮູບເງົາ, ໂຄສະນາ ແລະ ສາລະຄະດີຕ່າງໆ Designed by Templateism.com Copyright © 2019

Theme images by Barcin. Powered by Blogger.
Published By Gooyaabi Templates