ໜັງສັ້ນແນະນຳ

ອັບເດດໄອທີ: ເປີດໂຕ Google Pixel 4 ແລະ Pixel 4 XL ມືຖືລຸ້ນທີ່ 4 ຈາກ google ຢ່າງເປັນທາງການ


ເປີດໂຕ google pixel 4, ຂ່າວໄອທີ,  ອັບເດດໄອທີ,  ສາລະໄອທີ,​ ອັບເດດເລື່ອງໄອທີ,​ ສາລະເລື່ອງໄອທີ, it-news, spvmedia


ເປີດໂຕຢ່າງເປັນທາງການໄປແລ້ວ ກັບ google Pixel 4  ແລະ Pixel 4 XL ມືຖື ລຸ້ນທີ 4 ຈາກ google  ທີ່ຄັ້ງນີ້ມາພ້ອມກ້ອງຄູ່ , ມີສະແກນໜ້າ,  ຈໍ 90 Hz ແລະ ມີລະບົບ Motion Sense ທີ່ສັ່ງການຜ່ານຝາມື ຖືໄດ້ວ່າເປັນມືຖືທີ່ມີລາດ້າ ຈັບການເຄື່ອນໃຫວໄດ້.

ການອອກແບບ
Pixel 4 ໄດ້ອອກແບບແຕກຕ່າງໄປຈາກເກົ່າແບບຜິດຫູຜິດຕາ ເພາະນອກຈາກ ຕິ່ງໜ້າຈໍທີ່ຫາຍໄປແລ້ວ ຍັງເປັນການວາງກ້ອງຫຼັງໃນຈຸດ 4 ຫຼ່ຽມສີດຳ ເກືອບຄ້າຍໆກັບໄອໂຟນ ແລະ ມີໄຟແຟດດວງໃຫ່ຍສີຂາວເບິ່ງໄປເບິ່ງມາຄ້າຍໆກັບໜ້າໂປຣເກມ່ອລ

ເປີດໂຕ google pixel 4, ຂ່າວໄອທີ,  ອັບເດດໄອທີ,  ສາລະໄອທີ,​ ອັບເດດເລື່ອງໄອທີ,​ ສາລະເລື່ອງໄອທີ, it-news, spvmedia


Motion Sense
Pixel 4 ຖືໄດ້ວ່າເປັນມືຖືລຸ້ນທຳອິດທີ່ມີລະບົບຄ້າຍໆກັບລາດ້າ ຈັບການເຄື່ອນໃຫວໃນໂຕ ໂດຍເຊັນເຊີ້ດັ່ງກ່າວໄດ້ວາງໄວ້ເທິງຂອບໜ້າຈໍທາງເທິງ ສາມາດຈັບສິ່ງທີ່ເຄື່ອນໃຫວໃນໜ້າຈໍ ເຊັ່ນ:  ການໂບກມື ເພື່ອປ່ຽນເພງ, ໂບກມືເພື່ອຢຸດໂມງປຸກ, ແລະ ການຍົກຂື້ນມາຈັບໃບໜ້າ ແບບ 3 ມິຕິ ແບບຍົກຂື້ນມາປຸບ ຈະ ກວດໃບໜ້າ ແລະ ປົດລ໋ອກໃຫ້ປັບ.
ເປີດໂຕ google pixel 4, ຂ່າວໄອທີ,  ອັບເດດໄອທີ,  ສາລະໄອທີ,​ ອັບເດດເລື່ອງໄອທີ,​ ສາລະເລື່ອງໄອທີ, it-news, spvmedia

ໜ້າຈໍ
Pixel 4 ມາກັບໜ້າຈໍຄວາມລະອຽດ FHD+  ແລະ QHD+ ທີ່ມີຄ່າຣີເຟດເລດສູງເຖິງ 90Hz ຊ່ວຍໃນການຫຼິ້ນເກມໄດ້ສະມູດຫຼາຍຂື້ນ.
ເປີດໂຕ google pixel 4, ຂ່າວໄອທີ,  ອັບເດດໄອທີ,  ສາລະໄອທີ,​ ອັບເດດເລື່ອງໄອທີ,​ ສາລະເລື່ອງໄອທີ, it-news, spvmedia


Google Assistant ທີ່ສະຫຼາດກວ່າເກົ່າ.
ເທື່ອນີ້ ກູໂກລ ໄດ້ທຳການອັບເກຼດໃຫ້ສະຫຼາດຂື້ນກວ່າເກົ່າ ເຊິ່ງເຮົາສາມາດເອີ້ນສັ່ງໄດ້ໂດຍບໍ່ຈຳເປັນເວົ້າ ok google  ຫຼື hey google ແລະ ເວລາເວົ້າຫຍັງມັນຈະຕອບສະໜອງໄດ້ໄວຂື້ນ ໂດຍທີ່ເຮົາເກືອບຈະບໍ່ໄດ້ສຳພັດໜ້າຈໍເລີຍ ແຖມຍັງເຮົາຍັງສາມາດໃຊ້ງານໄດ້ຊັບຊ້ອນຂື້ນເຊັ່ນ ເວລາເຮົາແຊັດກັບໝູ່ ລະໝູ່ຖາມວ່າຖ້ຽວບິນເຮົາຈະອອກຈັກໂມງ ເຮົາສາມາດເອີ້ນຖາມກູໂກ້ລໄດ້ ໂດຍສາມາດພິມອອກມາຕອບໝູ່ເຮົາໄດ້ ໂດຍມັນຈະສາມາດແຍກໄດ້ວ່າສຽງທີ່ເຮົາບອກໄປນັ້ນເປັນການສັ່ງວຽກ ຫຼື ເປັນການພິມ. ນອກຈາກນີ້ມັນຍັງສາມາດແປຄຳເວົ້າອອກມາເປັນໂຕພິມໄດ້ເຊິ່ງງ່າຍຕໍ່ການອັດສຽງໃນຫ້ອງປະຊຸມມາພິມເປັນບົດລາຍງານອີກດ້ວຍ.

ເປີດໂຕ google pixel 4, ຂ່າວໄອທີ,  ອັບເດດໄອທີ,  ສາລະໄອທີ,​ ອັບເດດເລື່ອງໄອທີ,​ ສາລະເລື່ອງໄອທີ, it-news, spvmedia


ເປີດໂຕ google pixel 4, ຂ່າວໄອທີ,  ອັບເດດໄອທີ,  ສາລະໄອທີ,​ ອັບເດດເລື່ອງໄອທີ,​ ສາລະເລື່ອງໄອທີ, it-news, spvmedia

ກ້ອງ
Pixel 4 ມາພ້ອມກ້ອງຫຼັງຄູ່ທີ່ຍົກລະດັບການຖ່າຍພາບໃຫ້ດີກວ່າເກົ່າ ໂດຍຕອນນັ້ນອອກມາກ້ອງດຽວຍັງກາຍເປັນທີ 1 ແລ້ວ ຕອນນີ້ມີ 2 ກ້ອງລອງເບິ່ງວ່າຈະສູ້ຄ້າຍອື່ນໄດ້ບໍ່, ໂດຍເລນທັງສອງນັ້ນເລນໜຶ່ງເປັນເລນຫຼັກ 12MP ແລະ ເລນສອງເປັນເລນ Telephoto 16MP ສາມາດຊູມອອກມາໂດຍບໍ່ເສຍຄວາມລະອຽດໂດຍມີຊອບແວປັບປຸງພາບອອກມາ ແລະ ຍັງໂດດເດັ່ນເລື່ອງການຖ່າຍພາບເບີທາງຫຼັງໄດ້ຢ່າງນຽນຕາປານກັບກ້ອງ DSLR ເລີຍ. ນອກນີ້ ໂໝດຖ່າຍກາງຄືນຍັງສາມາດຈັດການ Noise ໄດ້ດີຈົນສາມາດຖ່າຍດາວໄດ້.

ເປີດໂຕ google pixel 4, ຂ່າວໄອທີ,  ອັບເດດໄອທີ,  ສາລະໄອທີ,​ ອັບເດດເລື່ອງໄອທີ,​ ສາລະເລື່ອງໄອທີ, it-news, spvmedia


ເປີດໂຕ google pixel 4, ຂ່າວໄອທີ,  ອັບເດດໄອທີ,  ສາລະໄອທີ,​ ອັບເດດເລື່ອງໄອທີ,​ ສາລະເລື່ອງໄອທີ, it-news, spvmedia

ເປີດໂຕ google pixel 4, ຂ່າວໄອທີ,  ອັບເດດໄອທີ,  ສາລະໄອທີ,​ ອັບເດດເລື່ອງໄອທີ,​ ສາລະເລື່ອງໄອທີ, it-news, spvmedia


ສະເປັກທັງໝົດຂອງ Google Pixel 4 ແລະ Pixel 4 XL  :

  • ໜ້າຈໍ:  FHD+ 5.7"  | QHD+  6.3"  90Hz
  • CPU: Snapdragon 855
  • RAM:  6Gb 
  • ຄວາມຈຸ:​ 64 GB/128GB
  • OS :  Android 10
  • ກ້ອງໜ້າ:​ 8 ລ້ານພິກເຊວ 
  • ກ້ອງຫຼັງ:   16MP + 12 MP
  • ມີລະບົບສະແກນໜ້າ 3 ມິຕິ
  • Motion Sense ກວດຈັບການເຄື່ອນໃຫວຜ່ານໜ້າຈໍ
  • ແບັດເຕີຣີ: 2800mAh (Pixel 4)  | 3700  mAh  Fast charge 18W (Pixel 4 XL)
ເປີດໂຕ google pixel 4, ຂ່າວໄອທີ,  ອັບເດດໄອທີ,  ສາລະໄອທີ,​ ອັບເດດເລື່ອງໄອທີ,​ ສາລະເລື່ອງໄອທີ, it-news, spvmedia

ວັນເວລາ ແລະ ລາຄາເປີດໂຕ
ຈະເລີ່ມວາງຂາຍທີ່ອາເມລິກາໃນວັນທີ 24 ຕຸລານີ້ ແລະ ມີລາຄາດັ່ງນີ້:
  • Google Pixel 4 64GB = $799
  • Google Pixel 4 128GB = $899
  • Google Pixel 4 XL 64GB = $899
  • Google Pixel 4 XL 128GB = $999

No comments:

Post a Comment

spv media video production in Laos ທີມຖ່າຍທຳວີດີໂອຄົບວົງຈອນ Designed by Templateism.com Copyright © 2019

Theme images by Barcin. Powered by Blogger.
Published By Gooyaabi Templates