ໜັງສັ້ນແນະນຳ

ຂໍ້ແຕກຕ່າງລະຫວ່າງ ຊາຍ ແລະ ຍິງ ແບບຕະຫຼົກ ຕະຫຼົກ ແຕ່ແມ່ນຄວາມຈິງລ້ວນໆ


ຂໍ້ແຕກຕ່າງລະຫວ່າງ ຊາຍ ແລະ ຍິງ, ຜູ້ຊາຍ, ຄວາມຮັກ, ຜູ້ຍິງ, ຂໍ້ແຕກຕ່າງ, ສາລະໜ້າຮູ້, ທີ່ປຶກສາ,​ ທີ່ປຶກສາບັນຫາຊີວິດ ຄອບຄົວ ແລະ ຫົວໃຈ,  ບົດຄວາມຈາກທີ່ປຶກສາ

ຫຼາຍໆຄົນມັກຈະເອົາເລື່ອງຜູ້ຍິງມາປຽບທຽບ, ມາບອກວ່າ ຜູ້ຍິງດີແນວນັ້ນ ຜູ້ຊາຍດີແນວນີ້ ມື້ນີ້ທາງແອັດມິນເອງຈຶ່ງໄດ້ທຳການຮວບຮວມຂໍ້ໄດ້ປຽບເສຍປຽບ ທີ່ແຕກຕ່າງກັນລະຫວ່າງຊາຍ ແລະ ຍິງ ແບບຕະຫຼົກມາຝາກກັນເພື່ອຜ່ອນຄາຍ ແຕ່ ອ່ານແລ້ວ ມັນຄືຄວາມຈິງລ້ວນໆ ເຊິ່ງຈະມີຫຍັງນັ້ນເຮົາມາເບິ່ງນຳກັນດີກວ່າ.

ຄວາມໄດ້ປຽບຂອງຜູ້ຍິງ

1. ຜູ້ຍິງສາວມັດທະຍົມ ສາມາດແຕ່ງໂຕງາມໄດ້ ສະບາຍ
1. ຜູ້ຊາຍມັດທະຍົມ  ຕ້ອງມາຕັດຊົງຜົມຫົວຫ້ຽນໆ ຊົງເປີດ ຊົງແມັກ ແຕ່ງຊົງຜົມໜ້ອຍໜຶ່ງຖືກມີດຕັດໜີບຫົວ


2. ຜູ້ຍິງບໍ່ແຕ່ງງານເອີ້ນວ່າ ສາວຫ້າວ ສາວດຸໝັ່ນ
2. ຜູ້ຊາຍບໍ່ແຕ່ງງານ...  ຫຼິ້ນຫຼາຍ.. ພວກເກ


3. ຜູ້ຍິງມີອາຍຸໄປກັບບ່າວນ້ອຍ ຄົນຈະເບິ່ງວ່າໄປກັບນ້ອງ ຫຼື ຫຼານ ຫຼື ລູກ
3. ຜູ້ຊາຍມີອາຍຸ ໄປກັບສາວນ້ອຍ ເອີ້ນວ່າ ບັກເຖົ້າຫົວງູ


4. ຜູ້ຍິງມີໝູ່ເປັນກະເທີຍ ເອີ້ນວ່າ ໝູ່ສາວ
4. ຜູ້ຊາຍມີໝູ່ເປັນກະເທີຍ  ຢີ້... ພວກໄມ້ປ່າດຽວກັນ


5.  ຜູ້ຍິງໃສ່ຂາສັ້ນ....  ວ້າວ ເຊັກຊີ້
5.  ຜູ້ຊາຍໃສ່ຂາສັ້ນໆ....  ໂອ້ຍ.. ກະຕຸດແທ້ໆ

6. ຜູ້ຍິງໃຫ້ຜູ້ຊາຍລ້ຽງ... ເອີ້ນແມ່ບ້ານ
6. ຜູ້ຊາຍໃຫ້ຜູ້ຍິງລ້ຽງ...  ເອີ້້ນວ່າ ເກາະເມຍກິນ

7. ຜູ້ຍິງສັນຍາກຳ, ເຂົ້າຄຣີນິກຄວາມງາມແຕ່ງໜ້າ...​ ໄກ່ງາມເພາະຂົນ ຄົນງາມເພາະແຕ່ງ
7. ຜູ້ຊາຍສັນຍາກຳ, ເຂົ້າຄຣີນິກຄວາມງາມ, ແຕ່ງໜ້າ... ໂອ້ຍ ກະເທີຍ

8. ຜູ້ຍິງຈ່ອຍ... ວ້າວ ຫຸ່ນດີແທ້
8.
ຜູ້ຊາຍຈ່ອຍ...  ໂອ້ຍ ຈ່ອຍຂີ້ແຫ້ງ

9. ຜູ້ຍິງງຽບໆ ..  ສາວຂີ້ອາຍ ຫວານໆ ເປັນຕາໄປຈີບ
9.
ຜູ້ຊາຍງຽບ...  ຍິ່ງຂະໜາດ  ສົງໃສບໍ່ມັກຜູ້ຍິງ ບໍ່ເຫັນໄປລົມຜູ້ຍິງ

10. ຜູ້ຍິງເຮັດວຽກໜັກແບບຜູ້ຊາຍເອີ້ນວ່າ ດອກໄມ້ເຫຼັກ
10. ຜູ້ຊາຍເຮັດວຽກຜູ້ຍິງ ເອີ້ນວ່າ ສະຕີເຫຼັກ


ອ່ານແລ້ວກົດຕິດຕາມເພື່ອເປັນກຳລັງໃຈແກ່ພວກເຮົາດ້ວຍ ເພຈ ທີ່ປຶກສາ ບັນຫາຊີວິດ ຄອບຄົວ ແລະ ຫົວໃຈ

ຄວາມໄດ້ປຽບຂອງຜູ້ຊາຍ

1. ຜູ້ຊາຍມີພຸງ ເອີ້ນວ່າ ນີ້ລະ...​ຫຸ່ນອາເສ່ຍ
1. ຜູ້ຍິງມີພຸງ...  ໂຫ້.. ຮິບໂປ ແທ້ໆ

2.
ຜູ້ຊາຍຜິວດຳ  ເອີ້ນມາດແມນແສນເຂັ້ມ ເປັນຄົນດຸຄົນໝັ່ນ
2. ຜູ້ຍິງດຳ...  ດຳເອີ້ຍອີ່ດຳດຳໄຮ່ດຳນາມາ..

3.
ຜູ້ຊາຍປ່ອຍເນື້ອປ່ອຍໂຕ ເອີ້ນວ່າ ຄົນມັກມ່ວນ play boy
3. 
ຜູ້ຍິງປ່ອຍເນື້ອປ່ອຍໂຕ..  ບໍ່ຮັກນວນ ສະຫງວນໂຕ

4.
ຜູ້ຊາຍຂັບລົດຫ່ວຍແຕກ...  ສົງໃສມືໃໝ່ຫັດຂັບ
4. ຜູ້ຍິງຂັບລົດບໍ່ໄດ້ເລື່ອງ...  ສົງໃສຄັນນີ້ຜູ້ຍິງຂັບ

5. ຜູ້ຊາຍໃຫ້ເບິຜູ້ຍິງ....  ທຳຄວາມຮູ້ຈັກ
5. ຜູ້ຍິງແລກເບີຜູ້ຊາຍ.... ອ່ອຍໄປໝົດ

6.
ຜູ້ຊາຍນັ່ງໃນໝູ່ຜູ້ຍິງ... ໂຫ້ ມີສະເໜ່ ສາວໆຫຸ້ມຕອມ
6. ຜູ້ຍິງນັ່ງໃນໝູ່ຜູ້ຊາຍ... ແຮດງຽບ, ຄົນດຽວຍັງກ້າໄປນັ່ງ ສົງໃສຈະມັກແບບນີ້

7.
ຜູ້ຊາຍຍັງບໍ່ແຕ່ງງານຕອນອາຍຸ 30 ..  ໂຫ້ ລາວສ້າງເນື້ອສ້າງໂຕ ຜູ້ຊາຍໃນຝັນ
7. ຜູ້ຍິງຍັງບໍ່ແຕ່ງງານຕອນອາຍຸ 30... ໂຫ້... ສາວເຖົ້າບໍ່ມີໃຜເອົາ

8.
ຜູ້ຊາຍສັກລາຍ ບາງຄົນບອກວ່າເທ້ ມີສິນລະປະ
8. ຜູ້ຍິງສັກລາຍ ຫຼາຍຄົນບອກວ່າ ນັກເລງ ບໍ່ເປັນຕາເອົາມາເປັນເມຍ.

9. ຜູ້ຊາຍກິນເຫຼົ້າກິນເບຍ ໄປຫຼິ້ນ ສູບຢາ ຖືວ່າປົກກະຕິ
9. ຜູ້ຍິງກິນເຫຼົ້າກິນເບຍ ມັກມ່ວນໄປຫຼິ້ນ ສູບຢາ ເອີ້ນວ່າ ນັກເລງໃຫ່ຍ

10.
ໃນຄອບຄົວຖ້າຜູ້ຊາຍເປັນໃຫ່ຍ ເອີ້ນວ່າ ຫົວໜ້າຄອບຄົວ
10.  ໃນຄອບຄົວ ຖ້າຜູ້ຍິງໃຫ່ຍ ເອີ້ນວ່າ ຈອມບົງການໃຫ່ຍ

No comments:

Post a Comment

spv media ທີມງານຖ່າຍທຳວີດີໂອ, ຮູບເງົາ, ໂຄສະນາ ແລະ ສາລະຄະດີຕ່າງໆ Designed by Templateism.com Copyright © 2019

Theme images by Barcin. Powered by Blogger.
Published By Gooyaabi Templates