ໜັງສັ້ນແນະນຳ

ລັກສະນະຂອງ "ເມຍ" ປະເພດຕ່າງໆ ພ້ອມສັບພະຄຸນ ແລະ ຄວາມໝາຍຂອງຄຳວ່າ ເມຍ ແບບຕະຫຼົກ


ລັກສະນະຂອງເມຍ ພ້ອມຄວາມໝາຍ, ເມຍ, ເມຍ 2020, ເມຍຫຼວງ, ເມຍນ້ອຍ, ທີ່ປຶກສາ,​ ແອັດມິນທີ່ປຶກສາ, ບົດຄວາມຈາກທີ່ປຶກສາ, ທີ່ປຶກສາບັນຫາຊີວິດຄອບຄົວ ແລະ ຫົວໃຈ

ເມຍ ມີຫຼາຍພະເພດ ມີຫຼາຍລັກສະນະ ມື້ນີ້ເຮົາມາຮູ້ຄວາມໝາຍຂອງຄຳວ່າເມຍ ແຕ່ລະປະເພດ ກັນດີກວ່າ ວ່າ ເມຍ ໝາຍຄວາມວ່າແນວໃດ?

ເມຍໃຫ່ຍ
ຄືເມຍທີ່ດີທີ່ສຸດໃນອະດີດ ແຕ່ການເວລາຜ່ານໄປ ແລະ ສິ່ງແວດລ້ອມທຳລາຍຄວາມດີຂອງເຂົາ ຈົນໝົດສິ້ນ ໃນໄລຍະເວລາອັນສັ້ນ ຫຼື ຫຼັງແຕ່ງງານແລ້ວ.  ແລະ ຖີ້ມຄວາມໂຫດຮ້າຍໄວ້ໃຫ້ເຂົາຄື: ຄວາມຈູ້ຈີ້ຈຸກຈິກ, ຈົ່ມເກັ່ງ, ເຖົ້້າງ່າຍ,  ເວົ້າຫຼາຍຕາຍຍາກກິນເກັ່ງ ຕຸ້ຍຄືໝູ ດຸຮ້າຍຄືເສືອ.


ເມຍເຊື່ອງ
ຄືອາຫານພິເສດ ມີລົດຊາດແຕກຕ່າງຈາກອາຫານທຳມະດາ ເໝາະແກ່ການກິນເປັນຄັ້ງຄາວ ເປັນສິນຄ້າ ຍອດນິຍົມ ທີ່ມີລາຄາແພງ ແລະ ເງື່ອນໄຂຫຼາຍ


ເມຍນ້ອຍ
ຄືຜູ້ຍິງທີ່ດີທີ່ສຸດ ທີ່ຜູ້ຊາຍຄົ້ນພົບພາຍຫຼັງແຕ່ງງານແລ້ວ


ເມຍເຊົ່າ
ຄືຜູ້ຍິງໃສ່ເສື້ອຜ້າໜ້ອຍໆ ກິນເຫຼົ້າ ຫຼື ສູບຢາເກັ່ງ, ລາຍເຕັມໂຕ, ລົດສະນິຍົມສູງ ມັກບໍລິໂພກແຕ່ຂອງນອກ ປະລິມານຄວາມຮັກຂື້ນລົງຕາມເງິນທີ່ມີ

ເມຍກູ
ຄືສາວນ້ອຍ, ຂາວ, ຫຸ່ນດີ, ໜ້າຮັກ.. ຜູ້ຊາຍທີ່ພົບເຫັນມັກຈະແນມຕາບໍ່ພັບແລະກືນນ້ຳລາຍເຮັດໃຫ້ມັກເກີດອາການຜຶງຫວງ ແລະ ເວົ້າກີດກັ້ນໍ່ໃຫ້ຄົນອື່ນເຂົ້າໄກ້ໂດຍການເວົ້າວ່າ: ເມຍກູ


ເມຍບັງເກີດເກົ້າ
ຄືຜູ້ຍິງທີ່ໜ້າເບື່ອ, ມັກໃຊ້ອຳນາດ, ເວົ້າບໍ່ມ່ວນ, ມັກບັງຄັບ....  ຖ້າມີຖຽງຫຼືໂຕ້ຕອບມີແຕກ.... ໃຜທີ່ມີເມຍແບບນີ້ແລ້ວໃຫ້ລຶບຄຳວ່າ ນອກໃຈ ອອກຈາກແນວຄິດ ແລະ ສະໝອງໄວ້ເລີຍ 


ທັງໝົດເປັນພຽງຄຳເວົ້າຕະຫຼົກ ຕະຫຼົກທີ່ອາດແຝງຄວາມຈິງມາໃສ່ ອາດຈະຖືກກັບບາງຄົນ ບໍ່ຖືກກັບບາງຄົນ ອ່ານ ແລະ ຟັງໃຫ້ເປັນສິນ ບໍ່ຄິດຫຍັງຫຼາຍ ເພື່ອຄາຍຄຽດຊື່ໆ ບໍ່ໄດ້ມີເຈດຕະນາເວົ້າໃຫ້ໃຜເດີ້ພີ່ນ້ອງ.

ອ່ານບົດຄວາມອື່ນໆໄດ້ທີ່ ເພຈ: ທີ່ປຶກສາບັນຫາຊີວິດ ຄອບຄົວ ແລະ ຫົວໃຈ

No comments:

Post a Comment

spv media ທີມງານຖ່າຍທຳວີດີໂອ, ຮູບເງົາ, ໂຄສະນາ ແລະ ສາລະຄະດີຕ່າງໆ Designed by Templateism.com Copyright © 2019

Theme images by Barcin. Powered by Blogger.
Published By Gooyaabi Templates