ໃຜຈະໄປຮູ້
ວ່າມືຖືສະເປັກລະດັບກາງຈະສາມາດຍາດຂື້ນບັນລັງອັນດັບ 1 ຈາກບັນດາໂທລະສັບລຸ້ນທ໋ອບ ໄດ້.
ຈົນກະທັ່ງມີ Xiaomi Mi CC9 Pro
Premium Edition ທີ່ເປີດໂຕມາ ແລະ
ສາມາດມາຂື້ນອັນດັບ 1 ຮ່ວມກັບຫົວເວີຍ ຈຶ່ງເຮັດໃຫ້ມີສຽງຮືຮາ ສົມຄວນ.
ໂດຍທີ່ເວັບໄຊທົດສອບກ້ອງຊືດັງ DxOMark ໄດ້ເປີດເຜີຍຄະແນນອອກມາແລ້ວ, ໂດຍທາງເວັບໄຊ ລະບຸວ່າ Xiaomi Mi CC9 Pro Premium Edition ນັ້ນໄດ້ຄະແນນລວມ 121 ຄະແນນ ໃນນັ້ນແຍກຄະແນນຮູບພາບ 130 ແລະ
ວີດີໂອ 102 ຄະແນນ ຖືວ່າເປັນລຸ້ນທຳອິດທີ່ຄະແນນວີດີໂອ ຫຼາຍທີ່ສຸດໃນໂລກມືຖືໃນຕອນນີ້
ໂດຍທຽບກັບອັນດັບ 1 Huawei Mate 30 Pro ທີ່ມີຄະແນນຮູບພາບ 132 ຄະແນນ, ແລະ ວີດີໂອ 100 ຄະແນນ.
Xiaomi Mi CC9 Pro Premium Edition ມີກ້ອງຫຼັງທັງໝົດ 5 ກ້ອງ, ກ້ອງຫຼັກຄວາມລະອຽດ 108MP, Sensor 1/1.33”, 25mm,
F/1.69 IOS. ກ້ອງໂຕທີສອງເປັນເລນຊູມໄລຍະໄກ້ 12.19MP, Sensor 1/2.6” 50mm, F/2. ກ້ອງໂຕທີສາມ ເປັນເລນຊູມໄລຍະໄກ
ຄວາມລະອຽດ 7.99MP, Sensor 1/3.6” 94mm, F/2
OIS. ກ້ອງໂຕທີ 4 ເປັນເລນ Ultra-wide ຄວາມລະອຽດ 20.11MP, Sensor 1/2.8”, 16mm, F
/2.2. ແລະ ກ້ອງໂຕທີ5 ແມ່ນເລນມາກໂຄ F/2.4 ຖ່າຍໄລຍະໄກ້ສຸດ 2 ຊັງຕີແມັດ.
![]() |
ທົດສອບໄລຍະຊູມ |
![]() |
ການເບຼີຂອງເສັ້ນຜົມທຽບກັບ Samsung Note 10+ 5G ເບື້ອງຂວາ |
ທາງເວັບໄຊ DxOMark ຍັງຍ້ອງວ່າ ພາບຖ່າຍຈາກ Xiaomi Mi
CC9 Pro Premium Edition
ເຮັດອອກມາໄດ້ດີໃນທຸກສະຖານະການ ທັງຖ່າຍກາງແຈ້ງ ແລະ ກາງຄືນທີ່ມີແສງໜ້ອຍ ແລະ ໂໝດ
ເບຼີຫຼັງ ກໍ່ເຮັດໄດ້ແບບເປັນທຳມະຊາດ ນອກນີ້ວີດີໂອຍັງມີໂໝດກັນສັ່ນ
ທີ່ມີຄວາມໄວໃນການໂຟກັສ ສ່ວນຂໍ້ເສຍແມ່ນກະຕຸກເລັກໜ້ອຍໃນການແພນວີດີໂອ ແລະ
ເຟມເລດຕົກໃນບາງທີ ແຕ່ກະຍົງຄົງມີຄະແນນຫຼາຍກວ່າລຸ່ນອື່ນ ຈຶ່ງເຮັດໃຫ້ Xiaomi Mi
CC9 Pro Premium Edition ຄອງອັນດັບ
1 ຮ່ວມກັບ Huawei Mate 30 pro.
No comments:
Post a Comment