ໜັງສັ້ນແນະນຳ

7 ວິທີກຽມໂຕເປັນພໍ່ແມ່ ມືໃໝ່ ກ່ອນຈະເປັນພໍ່ແມ່ຄົນ ຕ້ອງກຽມໂຕຫຍັງແນ່ ?




ກ່ອນຈະເປັນພໍ່ແມ່ຄົນ ຕ້ອງກຽມໂຕຫຍັງແນ່ ?, 7 ວິທີກຽມໂຕເປັນພໍ່ແມ່ ມືໃໝ່ , ພໍ່ແມ່ມືໃໝ່, ພໍ່ລູກອ່ອນ, ພໍ່ແມ່, ຄອບຄົວ, ຄວາມຮັກ, ລູກ, ບັນຫາຄອບຄົວ, ທີ່ປຶກສາ ບັນຫາຊີວິດ ຄອບຄົວ ແລະຫົວໃຈ, ທີ່ປຶກສາ, spvmedia


ເຊື່ອວ່າຮອດຊ່ວງເວລາໃດໜຶ່ງຂອງຄົນ ກໍ່ຈະຮອດໄວຂອງການເປັນພໍ່ແມ່ຄົນ ຖ້າມີລູກຄົນທີ 2 ທີ 3 ກໍ່ບໍ່ມີບັນຫາຫຍັງ ແຕ່ສຳລັບມືໃໝ່ລະ ?  ເຮົາຈະວາງແຜນການແນວໃດ? ເຮົາມາອ່ານລາຍລະອຽດກັນດີກວ່າ


   1. ກຽມເວລາໃຫ້ລູກຫຼາຍໆ.
ເດັກນ້ອຍເກີດໃໝ່ ຄວນໄດ້ຮັບການດູແລເບິ່ງແຍງແບບໄກ້ຊິດ ໂດຍສະເພາະເດັກຕັ້ງແຕ່ເກີດ ຫາ 1 ປີ ຍິ່ງພໍ່ແມ່ມີເວລາໃຫ້ລູກເທົ່າໃດ ກໍ່ຍິ່ງເຮັດໃຫ້ລູກເຕີບໃຫ່ຍຂື້ນແບບມີຄຸນນະພາບຂື້ນເທົ່ານັ້ນ.  ດັ່ງນັ້ນ ຜູ້ເປັນພໍ່ ແລະ ແມ່ ຄວນບໍລິຫານຈັດການເວລາເຮັດວຽກ ແລະ ກິດຈະກຳອື່ນໆໃຫ້ດີ ອັນໃດທີ່ບໍ່ຈຳເປັນກໍ່ຄວນຕັດອອກໄປ ບາງຄອບຄົວອາດຈະໃຫ້ ແມ່ເຖົ້າ, ແມ່ຍ່າ, ມາລ້ຽງດູຊ່ວຍ.

   2. ວາງແຜນການເງິນໃຫ້ດີດີ.
ການທີ່ມີອີກ 1 ຊີວິດເກີດຂື້ນໃນຄອບຄົວເຮົາ ແນ່ນອນຄ່າໃຊ້ຈ່າຍຍ່ອມເພີ່ມຂື້ນ, ສະນັ້ນ ເຮົາຄວນຮູ້ຈັກກັບການວາງແຜນການເງິນທີ່ດີ ກຽມເງິນສຳລັບຄ່າໃຊ້ຈ່າຍຂອງລູກ ຈົນເຖິງລູກໃຫ່ຍ ຈົນຈົບມະຫາວິທະຍາໄລ ມີວຽກເຮັດ ຈຶ່ງໝົດພາລະ. ດັ່ງນັ້ນຄວນຕັດລາຍຈ່າຍທີ່ບໍ່ຈຳເປັນອອກ, ວາງແຜນການທ້ອນເງິນເຊັ່ນ ການຝາກປະຈຳ, ຊື້ປະກັນຊີວິດ...

   3. ຝຶກຄວບຄຸມອາລົມໃຫ້ເປັນ.
ນອກຈາກຄວາມພ້ອມທາງຮ່າງກາຍທີ່ຕ້ອງກຽມແລ້ວ, ຍັງມີຄວາມພ້ອມທາງຈິດໃຈເປັນສ່ວນສຳຄັນ. ພໍ່ແມ່ຕ້ອງມີຄວາມອ່ອນໂຍນ ອົດທົນ ແລະ ເບິ່ງໂລກໃນແງ່ດີ ຕອ້ງສ້າງອາລົມທີ່ດີໃຫ້ລູກໂຕເອງ ເພາະລູກເຮົາຈະສັງເກດພຶດຕິກຳຂອງພໍ່ແມ່ໄປເລື້ອຍໆ ແລະ ຊືມຊັບລົງໃນຈິດໃຈ ບໍ່ຄວນໃຊ້ຫຼືສະແດງອາລົມໃຫ້ລູກນ້ອຍໄດ້ເຫັນ ເພາະມັນຈະນຳພາໃຫ້ລູກກາຍເປັນຄົນທີ່ໃຊ້ອາລົມໄດ້.

   4. ໝັ່ນຫາຄວາມຮູ້ເພີ່ມເຕີມ.
ເມື່ອຮອດເວລາທີ່ເໝາະສົມ, ລູກນ້ອຍຈະກາຍເປັນຄົນທີ່ສົງໃສໃນທຸກໆເລື່ອງ  ແລະ ມັກຈະຖາມເຮົາ ແລະ ຖ້າເຮົາບໍ່ຮູ້ ບໍ່ສາມາດຕອບໄດ້ ພໍ່ແມ່ກະຕ້ອງບອກໃຫ້ລູກລໍຖ້າກ່ອນ ແລ້ວກະໄປຫາຄຳຕອບທີ່ເໝາະສົມໃຫ້່ລູກ ຖ້າເຮົາຍິ່ງປ້ອນຂໍ້ມູນຕ່າງໆໃຫ້ລູກໄວ ລູກເຮົາກໍ່ຈະກາຍເປັນຄົນສະຫຼາດ ຈາກການຮຽນຮູ້ໄດ້ໄວເຊັ່ນກັນ.

ອ່ານແລ້ວຢ່າລືມກົດໄລ ກົດ ແຊສ໌ ເພື່ອເປັນກຳລັງໃຈໃຫ້ແອັດມິນແນ່ເດີ້ ເພຈທີ່່ປຶກສາບັນຫາຊີວິດ ຄອບຄົວ ແລະ ຫົວໃຈ

   5. ຈັດກຽມຫ້ອງ ແລະ ສະຖານທີ່ໃຫ້ເໝາະສົມ.
ເມື່ອລູກໄກ້ເກີດ ຄວນຫາຫ້ອງທີ່ສະອາດ ມີອາກາດຖ່າຍເທສະດວກ, ບໍ່ຮ້ອນ ແລະ ອັບຈົນເກີນໄປ,  ຄວນມີແສງສະຫວ່າງໃຫ້ພຽງພໍ. ບໍ່ມີຝຸ່ນຫຼື ຄວນລົດ, ບໍ່ມີ ຍຸງ,​ໜູ, ແມງສາບມາໄກ້ລູກເຮົາ.

   6. ຈັດກຽມອຸປະກອນ ຂອງໃຊ້ທີ່ຈຳເປັນ.
ຄວນຈັດກຽມມຸ້ງ, ໝອນ, ຜ້າເຊື່ອປູນອນ, ຜ້າຫົ່ມ,  ຜ້າອ້ອມ, ເສື້ອຜ້າ, ອ່າງອາບນ້ຳ, ຜ້າເຊັດໂຕ,  ໝວກ, ຖົງມື, ຖົງຕີນ,  ແຊມພູ ສະບູ ແປ້ງສຳລັບເດັກນ້ອຍ... ແລະ ສິ່ງຂອງທີ່ຈຳເປັນຕ່າງໆໃຫ້ຄົບ.

   7. ສຶກສາວິທີລ້ຽງລູກ.
ຊ່ວງເດັກເກີດ ຈະເປັນຊ່ວງທີ່ບອບບາງຫຼາຍທີ່ສຸດ ກະດູກ, ກະໂຫຼກ ແລະ ຂໍ້ ຕ່າງໆຍັງບໍ່ແຂວງແຮງ ການລ້ຽງລູກ ອຸ້ມຈັບລຸກຊ່ວງນີ້ຄວນລະວັງ ແລະ ຄວນໃສ່ໃຈເປັນພິເສດ ຄວນສຶກສາວິທີອຸ້ມລູກ, ວິທີອາບນ້ຳໃຫ້ລູກ ,  ການປ່ຽນຜ້າອ້ອມ, ແລະ ການນອນຂອງເດັກນ້ອຍໃຫ້ດີ ອາດຈະສຶກສາທາງອິນເຕີເນັດ ຫຼື ຍາດຕິດພີ່ນ້ອງ ໝູ່ຄູ່ຜູ້ມີປະສົບການລ້ຽງລູກມາກ່ອນຈະເປັນການດີ.

ສາມາດອ່ານບົດຄວາມອື່ນໆໄດ້ທີ່ເພຈ ທີ່ປຶກສາ ບັນຫາຊີວິດຄອບຄົວ ແລະ ຫົວໃຈ



No comments:

Post a Comment

spv media ທີມງານຖ່າຍທຳວີດີໂອ, ຮູບເງົາ, ໂຄສະນາ ແລະ ສາລະຄະດີຕ່າງໆ Designed by Templateism.com Copyright © 2019

Theme images by Barcin. Powered by Blogger.
Published By Gooyaabi Templates