ໜັງສັ້ນແນະນຳ

7 ຄຳຖາມທີ່ຕ້ອງຖາມໂຕເອງ ແລະ ຕອບໃຫ້ໄດ້ ກ່ອນຕັດສິນໃຈປ່ອຍມື



7 ຄຳຖາມທີ່ຕ້ອງຖາມໂຕເອງ ແລະ ຕອບໃຫ້ໄດ້ ກ່ອນຕັດສິນໃຈປ່ອຍມື, ເລີກກັນ, ປ່ອຍມືກັນ,​ບັນຫາຄວາມຮັກ,​ ບັນຫາຊີວິດ,​ ເລື່ອງຄວາມຮັກ,​ ອົກຫັກ,  ຊີວິດ,  ທີ່ປຶກສາບັນຫາຊີວິດ ຄອບຄົວ ແລະ ຫົວໃຈ,  spvmedia


ຂື້ນຊື່ວ່າເລີກລາ ມີແຕ່ເສຍກັບເສຍ ບໍ່ວ່າຈະເປັນເສຍໃຈ, ເສຍນ້ຳຕາ, ເສຍເວລາ... ສະນັ້ນ ກ່ອນຈະຕັດສິນໃຈຫຍັງລົງໄປ ຄວນທົບທວນໃຫ້ດີດີກ່ອນ ຕັດສິນໃຈປ່ອຍມື ຫຼື ບອກເລີກໃຜ ຄວນຄິດ ແລະ ຖາມໂຕເອງໃຫ້ດີດີ ວ່າເຈົ້າຢາກເລີກແທ້ໆບໍ່ ຫຼື ພຽງແຕ່ອາລົມຊົ່ວວູບເທົ່ານັ້ນ  ເວລາ, ຄຳເວົ້າ ແລະ ຄວາມຮູ້ສຶກທີ່ເສຍໄປ ເຈົ້າຈະບໍ່ມີທາງໄດ້ມັນຄືນມາ.

ສະນັ້ນ ກ່ອນທີ່ເຈົ້າຈະຕັດສິນໃຈປ່ອຍມືແທ້ໆ ຄວນຖາມໂຕເອງ ແລະ ຕອບມັນໃຫ້ໄດ້.

          1.ມີແຟນແລ້ວ ເຮັດໃຫ້ຊີວິດດີຂື້ນບໍ່
ກ່ອນໜ້າທີ່ຈະລົມກັນ ເຮົາມີຄວາມສຸກບໍ່, ຊີວິດເຮົາເປັນແນວໃດ ຫຼັງລົມກັນແລ້ວເຮົາມີຄວາມສຸກຂື້ນບໍ່? ຊີວິດີຂື້ນບໍ່? ໄດ້ມີການຊ່ວຍເຫຼືອເຊິ່ງກັນ ແລະ ກັນບໍ່?

   2.  ມີເປົ້າໝາຍ ແລະ ແຜນຮ່ວມກັນໃນອະນາຄົດບໍ່
ເຈົ້າໄດ້ລົມກັນ ເລື່ອງວາງແຜນອະນາຄົດນຳກັນບໍ່ ຫຼື ພຽງແຕ່ຄົບກັນໄປວັນໆ

   3.  ລົມກັນຫຼືບໍ່
ທຸກມື້ນີ້ໄດ້ລົມກັນດີດີບໍ່  ເຈົ້າສົນໃຈຄວາມຮູ້ສຶກຂອງອີກຝ່າຍບໍ່.  ໄດ້ລົມກັນເຂົ້າໃຈລະບໍ່ ຫຼື ພຽງແຕ່ ເລື່ອງທີ່ບໍ່ເຂົ້າໃຈກັນ ແລະ ເອົາມາຜິດ.

   4.  ໄດ້ປັບໂຕເຂົ້າຫາກັນບໍ່
ເວລາມີບັນຫາ ທັງສອງຄົນໄດ້ປັບໂຕຫາກັນ,​ ໄດ້ເປີດໃຈລົມກັນ ກັບບັນຫາທີ່ເກີດບໍ່? ບັນຫານັ້ນເປັນບັນຫາເກົ່າໆ ບໍ່  ຫຼື ພຽງອີກຝ່າຍມັກຈະເອົາເລື່ອງເກົ່າໆມາຜິດກັນ  ທຸກຢ່າງມັນຕ້ອງມີມູນຄວາມຈິງ.

ຕິດຕາມແອັດມິນໄດ້ທີ່:  ເພຈທີ່ປຶກສາ ບັນຫາຊີວິດ ຄອບຄົວ ແລະ ຫົວໃຈ

   5.  ທີ່ເປັນຢູ່ນີ້ ມີຄວາມສຸກບໍ່
ຕ້ອງສົມທຽບກ່ອນໜ້ານີ້ ແລະ ປະຈຸບັນມີຄວາມສຸກຊ່ຳໃດ,  ການທີ່ຄົບກັບເຂົາຢູ່ ມີຄວາມສຸກຂື້ນບໍ່ ຫຼື ທຸກໆມື້ມີແຕ່ຄວາມເສຍໃຈ,  ຄວາມກັງວົນ ແລະ ຄວາມຄຽດ.

   6.  ເປັນຫຍັງຈຶ່ງຢາກເລີກ
ຄຳຖາມນີ້ສຳຄັນຫຼາຍ,  ຕ້ອງຖາມໂຕເອງ ແລະ ຫາຄຳຕອບໃຫ້ໄດ້,​ ເປັນຫຍັງຈື່ງຢາກເລີກ?  ເຈົ້າຢາກເລີກແທ້ໆ ຫຼື ພຽງແຕ່ປະຊົດ?  ຕ້ອງຄິດໃຫ້ດີດີກ່ອນເວົ້າ ເພາະຄຳເວົ້ານີ້ ຖ້າໄດ້ເວົ້າໄປແລ້ວ ມັນມີຜົນຕໍ່ຈິດໃຈຄົນຟັງຢູ່ສະເໝີ ແລະ ເມື່ອເວົ້າໄປແລ້ວຈະກັບມາແກ້ໄຂບໍ່ໄດ້.

   7.  ຊີວິດຈະດີຂື້ນບໍ່ ຖ້າໄດ້ເລີກ
ເປັນຄຳຖາມສຸດທ້າຍທີ່ຕ້ອງຕອບ ຄືຖ້າເລີກໄປແລ້ວຊີວິດເຮົາຈະດີຂື້ນບໍ່ ? ຖ້າດີຂື້ນ ກໍ່ເລີກເລີຍ
ລອງຖາມໂຕເອງອີກຄັ້ງ ຖ້າທັງ 7 ຂໍ້ນີ້ບໍ່ມີຫຍັງດີເລີຍ ເຮົາກະເລີກ,  ແຕ່ຖ້າ 7 ຂໍ້ນີ້ກົງກັນຂ້າມກັບເຮົາ ຫຼື ມີຫຼາຍສ່ວນເຮົາຍັງໃນເກນດີ ກໍ່ລອງທົບທວນຈິດໃຈໂຕເອງດີດີເບິ່ງ.


No comments:

Post a Comment

spv media ທີມງານຖ່າຍທຳວີດີໂອ, ຮູບເງົາ, ໂຄສະນາ ແລະ ສາລະຄະດີຕ່າງໆ Designed by Templateism.com Copyright © 2019

Theme images by Barcin. Powered by Blogger.
Published By Gooyaabi Templates