ໜັງສັ້ນແນະນຳ

ມາຮູ້ຈັກກັບເຊື້ອໄວຣັສ Covid-19 ທັງ 4 ໄລຍະ ລາວເຮົາຢູ່ໄລຍະໃດ?



ມາຮູ້ຈັກກັບ covid-19 ທັງ 4 ໄລຍະ,  ລາວເຮົາຢູ່ໄລຍະໃດ ?, covid-19, covid laos, laos found covid, spvmedia, spv media, ພະຍາດໂຄວິດ, ໂຄວິດ 19, ໂຄວິດ-19, ທີ່ປຶກສາບັນຫາຊີວິດ ຄອບຄົວ ແລະ ຫົວໃຈ, ທີ່ປຶກສາ, ສາລະໜ້າຮູ້


ທຸກມື້ນີ້ເປີດໄປທາງໃດກະເຫັນແຕ່ເລື່ອງໂຄວິດໂດຍສະເພາະຫຼັງຈາກທີ່ກະຊວງສາທາລະນະສຸກຖະແຫຼງຂ່າວວ່າ ຢູ່ລາວມີຜູ້ຕິດເຊື້ອແລ້ວ, ຍິ່ງເຮັດໃຫ້ຫຼາຍຄົນ ຫັນມາໃສ່ໃຈ ມາດຕະການປ້ອງກັນ ແລະ ຮຽນຮູ້ກ່ຽວກັບພະຍາດນີ້ ໃຫ້ໄດ້ຫຼາຍທີ່ສຸດເພື່ອການປ້ອງກັນ.

ວ່າກັນໄປແລ້ວ ໂຄວິດ-19 ນັ້ນມີໄລຍະການແຜ່ລະບາດ 4 ໄລຍະດັ່ງນີ້:

1. ໄລຍະທີໜຶ່ງ
ແມ່ນໄລຍະລະບາດໂດຍຕ່າງປະເທດທີ່ເຂົ້າມາ ທ່ຽວ ຫຼື ມາເຮັດວຽກທີ່ປະເທດ, ແລ້ວເກີດການນຳເອົາເຊື້ອມາເຜີຍແຜ່, ເຮັດໃຫ້ໃນປະເທດມີຜູ້ຕິດເຊື້ອ..   ໂຊກດີ ໄລຍະນີ້ ປະເທດລາວບໍ່ພົບ.....

2.  ໄລຍະທີສອງ.
ໄລຍະທີສອງ ແມ່ນໄລຍະທີ່ຄົນໃນປະເທດລາວ ເລີ່ມມີການຕິດເຊື້ອຈາກນັກທ່ອງທ່ຽວທີ່ເຂົ້າມາເຊັ່ນ ໄກ້ນຳທ່ຽວ, ຄົນຂັບລົດທ່ອງທ່ຽວ, ພະນັກງານຕ້ອນຮັບພະນັກງານຮ້ານອາຫານ, ໂຮງແຮມ ແລະ ອື່ນໆ ທີ່ມີການສ່ຽງຕິດເຊື້ອ.  ແລະ ອີກກໍລະນີໜຶ່ງ ຄືຄົນລາວອອກໄປປະເທດທີ່ສ່ຽງ ແລ້ວກັບມາ ໂດຍທີ່ເຊື້ອຕິດມານຳ....  ເຊິ່ງໄລຍະທີສອງນີ້ ປະເທດລາວເຈິມາແລ້ວເຕັມໆ ໃໝ່ໆ.

3. ໄລຍະທີສາມ.
ລະຍະທີສາມ ຈະເປັນການລະບາດແບບເພີ່ມຂື້ນຢ່າງໄວວາໂດຍຈະເປັນການຕິດເຊື້ອຈາກຄົນໃນປະເທດດຽວກັນຕໍ່ໆກັນໄປ, ເຊິ່ງຖືວ່າເປັນໄລຍະທີ່ຮ້າຍແຮງ ແລະ ຄວບຄຸມຍາກ, ເພາະຜູ້ທີ່ຕິດເຊື້ອນັ້ນ ຍັງບໍ່ຮູ້ໂຕ ແລະ ເດີນທາງໄປໃສມາໃສເປັນບໍລິເວນກວ້າງເຮັດໃຫ້ຄົນໄກ້ຊິດ ຫຼື ຄົນທີ່ໄປພົວພັນຕິດໄປນຳ. ໄລຍະດັ່ງກ່າວນີ້ ຫຼາຍປະເທດພວມເຈິຢູ່ເຊັ່ນ: ເກົາຫຼີໄຕ້, ຍີ່ປຸ່ນ, ໄທ...  ແລະ ອີກຫຼາຍປະເທດທີ່ເຈິ ໂດຍການເລີ່ມຈາກໄລຍະທີສອງ ຈາກນັ້ນກໍ່ຕິດລາມອອກໄປເປັນບໍລິເວນກວ້າງ.

4. ໄລຍະທີສີ່
ເປັນໄລຍະທີ່ຟື້ນຟູປະເທດຫຼັງຜ່ານວີິກິດການແນ່ນອນ ການທີ່ໄວຣັສລະບາດໃນປະເທດແລ້ວ ຈະສົ່ງຜົນຕໍ່ເສດຖະກິດ ແລະ ຫຼາຍໆຢ່າງຕ້ອງໄດ້ຮັບການປັບປຸງຄືນໃໝ່, ໂດຍໄລຍະທີສີ່ນີ້ ປະເທດຈີນກຳລັງຢູ່ໄລຍະດັ່ງກ່າວ ຄືຟື້ນຟູສະພາບເສດຖະກິດໃຫ້ກັບຄືນມາໂດຍໄວ.

ສຳລັບປະເທດລາວແລ້ວແມ່ນເຈິໃນກໍລະນີໄລຍະທີສອງ, ແລະ ມີໂອກາດທີ່ຈະກ້າວໄປຫາໄລຍະທີສາມ ຖ້າຫາກເຮົາຍັງຖືເບົາໃນມາດຕະການ ການປ້ອງກັນຖ້າທຸກຄົນຍັງເມີນເສີຍ ບໍ່ຍອມກັກໂຕເອງ ຍັງໄປພົບປະ ສ້າງສັນກັນຄືປົກກະຕິໂດຍປະໝາດ ກໍ່ຈະເຮັດໃຫ້ມີໂອກາດສ່ຽງສູງທີ່ພະຍາດດັ່ງກ່າວຈະແຜ່ໄປໄດ້ໄວ. ສະນັ້ນ, ເຮົາຕ້ອງເປັນຫູເປັນຕາຊ່ວຍກັນ, ຈັບມືກັນປ້ອງກັນການແຜ່ລະບາດຂອງພະຍາດນີ້ໃຫ້ໄດ້. ເຮົາຈະຜ່ານວິກິດການໄປດ້ວຍກັນ.

ບົດຄວາມໂດຍ: ສອນໄຊ ພົງສະຫວັດ (Oley SPV)

No comments:

Post a Comment

spv media video production in Laos ທີມຖ່າຍທຳວີດີໂອຄົບວົງຈອນ Designed by Templateism.com Copyright © 2019

Theme images by Barcin. Powered by Blogger.
Published By Gooyaabi Templates