ໜັງສັ້ນແນະນຳ

ມາຮຽນຮູ້ ການໃຊ້ຊີວິດໃນບ່ອນເຮັດວຽກ ໃນຊ່ວງໄວຣັສ ໂຄວິດ-19 ລະບາດ


covid-19, covid-19 laos, covid laos, ໂຄວິດ-19, ໂຄວິດ, ຄຳແນະນຳ,  ການໃຊ້ວີວິດບ່ອນເຮັດວຽກ, ກະຊວງສາທາລະນະສຸກ, ຕິດເຊື້ອໂຄວິດ19, ຜູ້ຕິດເຊື້ອ, ຜູ້ຕິດເຊື້ອ covid 19, spvmedia, spv media, spvmedia.com, ທີ່ປຶກສາບັນຫາຊີວິດ ຄອບຄົວ ແລະ ຫົວໃຈ


ຫຼັງຈາກທີ່ທາງກະຊວງສາທາລະນະສຸກຖະແຫຼງຂ່າວອອກໄປວ່າຢູ່ລາວມີຜູ້ຕິດເຊື້ອໂຄວິດ-19 ແລ້ວຈຳນວນ 2 ຄົນ, ຕໍ່ໄປນີ້ ເຮົາຕ້ອງມີມາດຕະການຄວບຄຸມໃຫ້ດີດີ ໂດຍການໃຊ້ຊີວິດປະຈຳວັນແນວໃດໃຫ້ຫຼຸດພົ້ນຄວາມສ່ຽງ ຈາກໄວຣັສດັ່ງກ່າວ. ທາງເຮົາເອງຈຶ່ງຂໍແບ່ງປັນຄວາມຮູ້ ເທົ່າທີ່ຈະຊ່ວຍໄດ້.

ຕໍ່ໄປນີ້ຄືສິ່ງທີ່ຄວນຮູ້ ສຳລັບພະນັກງານເງິນເດືອນທີ່ຕ້ອງເດີນທາງໄປເຮັດວຽກ ໃນຊ່ວງທີ່ໄວຣັສ ໂຄວິດ-19 ລະບາດ.

ການໃຊ້ຂັ້ນໄດ, ຂັ້ນໄດເລື່ອນ ແລະ ລິບ
ພະຍາຍາມຂື້ນຂັ້ນໄດ ແບບທຳມະດາ, ແທນການໄຊ້ລິບ ຖ້າຫາກຈຳເປັນແທ້ໆ ຄວນໃສ່ຜ້າອັດປາກ ຫຼີກລ່ຽງການສຳພັດໃນລິບ ແລະ ລ້າງມືທຸກຄັ້ງຫຼັງອອກຈາກລິບ.  ສຳລັບຂັ້ນໄດເລື່ອນ ຫຼີກລ່ຽງການຈັບຕາມຂອບຂັ້ນໄດເລື່ອນຈະເປັນການດີ.

ການກິນອາຫານ
  • ລ້າງມືໃຫ້ສະອາດ ກ່ອນ ແລະ ຫຼັງກິນ
  • ນັ່ງຫ່າງກັນ 1-2 ແມັດເປັນຢ່າງໜ້ອຍ
  • ກິນອາຫານຈານດຽວ ທີ່ປຸງສຸກ ແລະ ຮ້ອນດີ
  • ຖ້າມີພາຊະນະໃຊ້ສ່ວນໂຕຈະເປັນການດີ
  • ເລືອກຮ້ານທີ່ສະອາດ


ໃນຫ້ອງເຮັດວຽກ
  • ໂຕະເຄື່ອງໃຊ້ສ່ວນໂຕ ຄວນທຳຄວາມສະອາດຢ່າງສະໝ່ຳສະເໝີ
  • ໂຕໃດທີ່ເປັນອຸປະກອນທີ່ຈຳເປັນໃຊ້ຮ່ວມກັນ ຄວນທຳຄວາມສະອາດ ແລະ ໝັ່ນລ້າງມືຫຼັງສຳພັດ
  • ນັ່ງຫ່າງກັນ 1-2 ແມັດເປັນຢ່າງໜ້ອຍ
  • ຫຼີກລ່ຽງກິດຈະກຳທີ່ມີຄົນມາລວມໂຕກັນຫຼາຍເຊັ່ນ: ປະຊຸມ,  ສຳມະນາ, ກິດຈະກຳຕ່າງໆ...  ຖ້າຫາກຈຳເປັນແທ້ໃຫ້ນັ່ງຫ່າງກັນ 1-2 ແມັດ ແລະ ໃຊ້ຜ້າອັດປາກທຸກຄັ້ງ.
  • ລູກບິດປະຕູ, ບ່ອນຈັບປະຕູ, ປ້ອງຢ້ຽມ, ສະແກນນິ້ວມື... ຄວນໝັ່ນທຳຄວາມສະອາດ ແລະ ລ້າງມືທຸກຄັ້ງຫຼັງສຳພັດ.


ການເຂົ້າຫ້ອງນ້ຳ
  • ລ້າງມືກ່ອນ ແລະ ຫຼັງໃຊ້ງານ
  • ປິດຝາຊັກໂຄກກ່ອນກົດລົງ


ຫຼັງເລີກວຽກ
  • ໃຫ້ກັບບ້ານທັນທີ
  • ບໍ່ຄວນໄປສ້າງສັນ ຫຼື ລວມໂຕກັບຄົນຫຼາຍ
  • ຫາກຈຳເປັນຕ້ອງອອກໄປຕະຫຼາດ ຫຼື ແວ່ຮ້ານຕ່າງໆຕ້ອງປ້ອງກັນໂຕເອງທຸກຄັ້ງ ແລະ ຢູ່ຫ່າງຄົນອື່ນຢ່າງໜ້ອຍ 1-2 ແມັດ



ເມື່ອກັບຮອດເຮືອນ
  • ລ້າງມື
  • ປ່ຽນເຄື່ອງອະນາໄມ ຮ່າງກາຍໃຫ້ສະອາດ
  • ໃນເຮືອນຫາກມີຄົນສົງໃສມີອາການ ໃຫ້ຕິດຕາມອາການ ຖ້າມີອາການສົງໃສໃຫ້ປະຕິບັດການແຍກໂຕຫ່າງອອກຈາກກັນ 14 ວັນ.


ກໍລະນີທີ່ມີສັດລ້ຽງ
  • ບໍ່ຄວນປ່ອຍໃຫ້ອອກນອກເຮືອນ
  • ຫຼັງຈັບສັດລ້ຽງຄວນລ້າງມື
  • ບໍ່ຄວນຫອມ ແລະ ກອດຈູບສັດລ້ຽງໄລຍະນີ້



ພະຍາດປອດອັກເສບຈາກຈຸລາໂຣກສາຍພັນໃໝ່ ຫຼື ໂຄວິດ-19 ສາມາດປິ່ນປົວໃຫ້ເຊົາໄດ້,  ຖ້າເຮົາປິ່ນປົວໃຫ້ທັນເວລາ, ແລະ ປ້ອງກັນໂຕເອງ, ບໍ່ຄວນຖືເບົາ ເພາະຕອນນີ້ບ້ານເຮົາເລີ່ມມີກໍລະນີຕິດເຊື້ອແລ້ວ,  ສະນັ້ນ ຄວນປະຕິບັດການຫຼີກລ່ຽງ ຄວາມສ່ຽງໃນການຕິດເຊື້ອໃຫ້ໄດ້ຫຼາຍທີ່ສຸດ,  ຄວນເທັກແຄເບິ່ງແຍງຄົນໃນບ້ານໃຫ້ດີ ໂດຍສະເພາະຜູ້ສູງອາຍຸ ແລະ ເດັກນ້ອຍ.

ໂດຍ: ແອັດມິນ ທີ່ປຶກສາບັນຫາຊີວິດ ຄອບຄົວ ແລະ ຫົວໃຈ

No comments:

Post a Comment

spv media video production in Laos ທີມຖ່າຍທຳວີດີໂອຄົບວົງຈອນ Designed by Templateism.com Copyright © 2019

Theme images by Barcin. Powered by Blogger.
Published By Gooyaabi Templates