ໃນຊ່ວງສະຖານະການ
ການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ທີ່ຍັງໄວ້ວາງໃຈບໍ່ໄດ້
ແຖມຍັງມີແນວໂນ້ມວ່າຈະຕ້ອງເຝົ້າລະວັງໄປອີກດົນເຕີບ,
ຕອນນີ້ລັດຖະບານອອກແຈ້ງການໃຫ້ສະຖານທີ່ຕ່າງໆປິດ ບໍ່ວ່າຈະເປັນໂຮງຮຽນ, ຫ້ອງການ,
ບໍລິສັດຕ່າງໆ, ໂຮງຈັກໂຮງງານ, ຮ້ານກິນດື່ມ...
ແຕ່ຍັງມີບາງບໍລິສັດທີ່ຍັງປິດບໍ່ໄດ້
ເລີຍໃຫ້ພະນັກງານເຮັດວຽກຢູ່ເຮືອນ ຫຼື Work from home ກັນຫຼາຍບໍລິສັດແລ້ວ..
ທັງນີ້ທັງນັ້ນກະເພື່ອຄວາມປອດໄພຂອງເຮົາເອງ ແລະ
ຍັງຄົງຄຽງຄູ່ກັບວຽກຂອງເຮົາໃຫ້ເດີນຕໍ່ໄປ ບໍ່ຕ່າງຫຍັງກັບຍັງນັ່ງເຮັດວຽກຢູ່ຫ້ອງການ.
Work from home ແນວໃດໃຫ້ໄດ້ຜົນ ?
1. ສຳຫຼວດກ່ອນວ່າເຮືອນເຮົາສະດວກໃນການເຮັດວຽກບໍ່
ເຮົາມີຄອມ ຫຼື ໂນດບຸກບໍ່?
ຄອມລຸ້ນໃດ ? ໄວບໍ່? ອິນເຕີເນັດເດມີບໍ່? ອິນເຕີເນັດໄວບໍ່?
ຖ້າມີກະຖືວ່າໂອເຄ
2. ກຽມພ້ອມວ່າຕ້ອງໄດ້ມີຫຍັງແນ່ໃນການເຮັດວຽກຂອງເຮົາ
ກ່ອນອື່ນໝົດຕ້ອງເບິ່ງໜ້າວຽກເຮົາວ່າມີແບບໃດ,
ເຂົ້າອີເມວແບບໃດ, ໂປແກຣມໃນຄອມເດ
ມີໂປຣແກຣມລີໂໝດບໍ່, ໂປຣແກຼມ ຕິດຕໍ່ປະຊຸມ, ເຊັ່ນ: Skype, Zoom, Whatsapp, Hangouts,
LINE…
3. ໃນສະຖານະການແບບນີ້
ຂໍໃຫ້ເຮັດວຽກຢູ່ເຮືອນແບບຈິງຈັງ
ໂດຍທົ່ວໄປແລ້ວ ນະໂຍບາຍ work from
home ກະເພື່ອຄວມປອດໄພຂອງພະນັກງານ
ໂດຍບໍ່ໃຫ້ໄປໃສ, ສະນັ້ນ
ຄວນຢູ່ເຮືອນແບບຈິງຈັງ ຢ່າຄິດວ່າຈະຫອບແລັບທ໋ອບ,ໄປນັ່ງຕາກແອຕາມຮ້່ານກາເຟຕ່າງໆ
ມັນຈະເຮັດໃຫ້ສ່ຽງຕິດເຊື້ອກັບມາ.
4. ໃຫ້ທຳຄວາມເຂົ້າໃຈວ່າຢູ່ເຮືອນມັນກະຄືມື້ເຮັດວຽກປົກກະຕິ
ບໍ່ແມ່ນມື້ພັກ.
ຢ່າລືມວ່າເຮົາເປັນພະນັກງານບໍລິສັດຢູ່, ຫ້າມລືມເດັດຂາດວ່າມັນຄືມື້ເຮັດວຽກປົກກະຕິຂອງເຮົາ,
ພຽງແຕ່ປ່ຽນສະຖານທີ່ເຮັດວຽກມາຢູ່ເຮືອນເທົ່ານັ້ນ. ໂດຍກຳນົດເວລາການເຮັດວຽກທີ່ແນ່ນອນ
ຍຶດຖືເວລາເຂົ້າການປົກກະຕິ ມີປະຊຸມກະຕ້ອງປະຊຸມ ເຮົາຄວນສະແດງຄວາມເປັນມືອາຊີບ
ທີມຕ້ອງຕິດຕໍ່ໄດ້ຕະຫຼອດເວລາ ແລະ ວຽກກະຕ້ອງບໍ່ຕິດຂັດ.
5. ບັນທຶກວຽກ ແລະ ເອກະສານຕ່າງໆໄວ້ແບບອອນລາຍ.
ການເຮັດວຽກນອກສະຖານທີ່ນັ້ນຈຳເປັນຕ້ອງບັນທຶກໄວ້ໃນແບບອອນລາຍ
ເພື່ອຈະສາມາດເອີ້ນໃຊ້ເອກະສານທີ່ຈຳເປັນນັ້ນໄດ້ສະດວກ, ເຮົາຄວນບັນທຶກມັນລົງໄວ້ໃນຮູບແບບອອນລາຍເຊັ່ນ: google
drive, one drive, iclound.. ທັງນີ້ທັງນັ້ນ ມັນສະດວກ ເວລາເຮົາກັບໄປເຮັດວຽກ
ບໍ່ຕ້ອງຢ້ານວ່າເອກະສານ ຫຼື ສິ່ງສຳຄັນຕ່າງໆຈະບໍ່ອັບເດດ ຫຼື
ລືມເຊັບໄວ້ບ່ອນໃດບ່ອນໜຶ່ງຂອງຄອມໃນເຮືອນເຮົາ
6. ນຸ່ງເຄື່ອງໃຫ້ເປັນລະບຽບ
ຄວນນຸ່ງເຄື່ອງທີ່ສຸພາບ
ເພາະບາງທີໄດ້ມີການ video call ແບບເຫັນໜ້າ ຖ້າໄປນຸ່ງຊຸດນຸ່ງນອນລະ.. ພໍດີ...
ບໍ່ຢາກຈະຄິດພາບເລີຍ.
ຮຽບຮຽງໂດຍ: ສອນໄຊ ພົງສະຫວັດ
No comments:
Post a Comment