ລາຍງານຈາກເວັບໄຊສ໌ Nikkei Asian Review ໄດ້ລະບຸວ່າ ບໍລິສັດ ນິກຄອນ (Nikon) ບໍລິສັດທີ່ຜະລິດກ້ອງຖ່າຍຮູບ ຊື່ດັງລະດັບໂລກ ທີ່ຂະຫຍາຍຖານການຜະລິດໃນປະເທດລາວ ທີ່ແຂວງສະຫວັນນະເຂດ ວ່າງບໍ່ດົນມານີ້ ໄດ້ມີການປົດພະນັກງານລົງ. ໂດຍແຫຼ່ງຂ່າວລະບຸວ່າ ມີການປົດພະນັກງານອອກເຖິງ 700 ຄົນ ໂດຍເປັນຜົນມາຈາກການປັບປຸງໂຄງສ້າງທຸລະກິດທາງດ້ານກ້ອງດີຈີຕອລ, ໂດຍໃຊ້ວິທີລາອອກດ້ວຍຄວາມສະໝັກໃຈ ຫຼື ປົດກະສຽນກ່ອນກຳນົດ. ສົງຜົນໃຫ້ພະນັກງານໃນໂຮງງານ Nikon ປະເທດລາວໄດ້ຮັບຜົນກະທົບຈຳນວນ 200 ຄົນ ແລະ ໃນໄທ ຈຳນວນ 500 ຄົນ ຄິດເປັນຈຳນວນ 10% ຂອງພະນັກງານໃນໂຮງງານ ແຕ່ລະປະເທດ.
ໂດຍກາຍປົດພະນັກງານອອກດັ່ງກ່າວ ເປັນຜົນມາຈາກ ກຳໄລຂອງບໍລິສັດ ຫຼຸດລົງເຖິງ 88% ນອກຈາກນີ້ ຍັງໄດ້ຮັບຜົນກະທົບຈາກສະຖານະການ Covid-19 ລະບາດ ເຮັດໃຫ້ການເປີດໂຕກ້ອງ ແລະ ຜະລິດຕະພັນໃໝ່ຢຸດສະຫງັກລົງ ຍິ່ງເຮັດໃຫ້ບໍລິສັດຂາດລາຍໄດ້ເປັນຈຳນວນມະຫາສານ.
"ຂ້ອຍບໍ່ມີທາງເລືອກ ແຕ່ມັນເປັນການກຽມພ້ອມປະເຊີນໜ້າ ຮອງຮັບການຂາດທຶນໃນຄັ້ງຕໍ່ໄປ" Yoshiaki Tokunari, Senior Managing Executive Officer ຂອງບໍລິສັດໄດ້ກ່າວ.

![]() |
ຮູບໂຮງງານ Nikon ປະເທດລາວ ໃນແຂວງສະຫວັນນະເຂດ |
ຂຽນໂດຍ: ສາລະເລື່ອງໄອທີ
No comments:
Post a Comment