ທຸກມື້ນີ້ ບັນດາສະມາດໂຟນທັງຫຼາຍພາກັນ ແຂ່ງຂັນກັນເພື່ອຊິງຄວາມໄດ້ປຽບ, ໂດຍຈະອັດສະເປັກສູງໆ ພ້ອມກ້ອງ ແລະ ເທັກໂນໂໍລຢີໃໝ່ໆເຂົ້າມາເພື່ອເປັນການຊິງຕຳແໜ່ງເຈົ້າຕະຫຼາດ. ແນ່ນອນວ່າເປີດໂຕອອກມາກະບອກວ່າ ຂອງໂຕເອງດີໝົດ ບໍ່ມີໃຜແພ້ໃຜ, ດັ່ງນັ້ນມັນຈຶ່ງເກີດອົງກອນ ຫຼື ບໍລິສັດທີ່ເປັນໂຕກາງໃນການວັດແທກອອກມາໃຫ້ຄະແນນ ເຮັດໃຫ້ມີຄວາມເຊື່ອຖືເພີ່ມຂື້ນ. ໜຶ່ງໃນນັ້ນກໍ່ແມ່ນ AnTuTu ທີ່ຫຼາຍຄົນທົ່ວໂລກຮູ້ຈັກກັນດີໃນນາມແອັບ ທີ່ທົດສອບໂທລະສັບ ສະມາດໂຟນ ແລະ ໃຫ້ຄະແນນອອກມາ.
ໃນເດືອນນີ້ ທາງ AnTuTu ກະເປີດເຜີຍ 10 ອັນດັບມືຖືລະດັບສະເປັກສູງ ທີ່ແຮງທີ່ສຸດປະຈຳເດືອນ ມິຖຸນາ 2020 ລອງມາເບິ່ງວ່າມີລຸ້ນໃດແນ່.
ໃນຮູບຈະເຮັດໄດ້ວ່າ ອັນດັບທີ 1 ແມ່ນຕົກເປັນຂອງ OPPO Find X2 Pro ສ່ວນອັນດັບ 2 ຈະແມ່ນຂອງ Xiaomi ແລະ ອັນດັບອື່ນໆກໍ່ຈະເປັນຂອງທາງຄ້າຍຈີນເອງໝົດ ແລະ ລັນໂດຍ CPU Snapdragon 865 ໂດຍມີການປັບແຕ່ງລະບົບໃຫ້ມັນໄວຂື້ນຈົນໄດ້ຄະແນນໄປຢ່າງສູງ ເຮົາມາເບິ່ງ 10 ອັນດັບມີດັ່ງນີ້:
1. OPPO Find X2 Pro
2. Xiaomi 10 Pro
3. OPPO find X2
4. OPPO Ace2
5. iQOO Neo3
6. Redmi K30 Pro
7. realme X50 Pro
8. iQOO 3
9. Meizu 17 Pro
10. OnePlus 8 Pro
ໂດຍເພຈ: ສາລະເລື່ອງໄອທີ
No comments:
Post a Comment