ໜັງສັ້ນແນະນຳ

ມາແລ້ວ! Canon ເປີດໂຕ EOS R5 ກ້ອງ Mirorrless ໂຕທ໋ອບຂອງຄ່າຍ ຖ່າຍວີດີໂອໄດ້ 8K !!!


ສາລະເລື່ອງໄອທີ,​ ອັບເດດໄອທີ, ໄອທີ,  ຂ່າວໄອທີ,​ ສາລະໄອທີ,  itnews, it update, ເປີດໂຕກ້ອງໃໝ່,  ເປີດໂຕ eos e5, spvmedia, spv media, spvmedia.com


ຫຼັງຈາກເປັນທີ່ຮືຮາ ແລະ ແຟນໆຄອງຄອຍມາດົນ ລ່າສຸດທາງແຄນນອນ ກໍ່ໄດ້ເປີດໂຕ Canon EOS R5  mirrorless full frame RF-Mount ເປັນທີ່ຮຽບຮ້ອຍໃນມື້ຄືນນີ້.


Canon EOS R5 ເປັນກ້ອງສະເປັກລະດັບທ໋ອບລຸ່ນໃໝ່ລ່າສຸດຂອງຄ້າຍ ທີ່ຮອງຮັບທັງພາບນິ້ງ ແລະ ວີດີໂອ ລະດັບມືອາຊີບ ດ້ວຍສະເປັກທີ່ຈັດເຕັມທີ່ສຸດ ແລະ ຍັດຄວາມລະອຽດມາເຖິງ 45 ລ້ານພິກເຊວ ມາພ້ອມກັນສັ່ນໃນໂຕແບບ 5 ແກນ ທີ່ສາມາດຊົດເຊີຍສະປີດຊັດເຕີ້ໄດ້ເຖິງ 8 Stop ພ້ອມກັບໜ້າຈໍ LCD ທາງເທິງຂອງກ້ອງ.

ສາລະເລື່ອງໄອທີ,​ ອັບເດດໄອທີ, ໄອທີ,  ຂ່າວໄອທີ,​ ສາລະໄອທີ,  itnews, it update, ເປີດໂຕກ້ອງໃໝ່,  ເປີດໂຕ eos e5, spvmedia, spv media, spvmedia.com


Canon EOS R5 ມາພ້ອມກັບໜ້າຈໍ LCD Vari-angle ຂະໜາດ 3,2 ນິ້ວຄວາມລະອຽດ 2,1 ລ້ານຈຸດ ແລະ EVF ຄວາມລະອຽດ 5,76 ລ້ານຈຸດ,  ມີພອດຄົບ ແລະ ມີ Dual Card Slot (CFexpress and SD card UHS-II) ແລະ ມີ Joystick ເພື່ອຄວາມສະດວກໃນການເລື່ອນຈຸດໂຟກັສ ແລະ ມີຊິວປ້ອງກັນລະອອງນ້ຳ ແລະ ຂີ້ຝຸ່ນ ແບບຕະກູນ 5D ນຳອີກ.

ສາລະເລື່ອງໄອທີ,​ ອັບເດດໄອທີ, ໄອທີ,  ຂ່າວໄອທີ,​ ສາລະໄອທີ,  itnews, it update, ເປີດໂຕກ້ອງໃໝ່,  ເປີດໂຕ eos e5, spvmedia, spv media, spvmedia.com

Canon EOS R5 ພາບນິ້ງ:  ສາມາດຖ່າຍລົວໄດ້ເຖິງ 20fps ໃນໂໝດ  Electronic shutter ແລະ  12fps ໃນໂໝດ Mechanical Shutter ໂດຍສາມາດຖ່າຍເຕັມໃນຄວາມລະອຽດ 45 ລ້ານພິກເຊວ 20fps ໄດ້ຕໍ່ເນື້ອງ 9 ວິນາທີ
ສາລະເລື່ອງໄອທີ,​ ອັບເດດໄອທີ, ໄອທີ,  ຂ່າວໄອທີ,​ ສາລະໄອທີ,  itnews, it update, ເປີດໂຕກ້ອງໃໝ່,  ເປີດໂຕ eos e5, spvmedia, spv media, spvmedia.com


Canon EOS R5 ກັບງານວີດີໂອ: ຖືໄດ້ວ່າເປັນກ້ອງທີ່ສະເທືອນວົງການ ມາດຕະຖານໃໝ່ຂອງກ້ອງ ທີ່ສາມາດຖ່າຍວີດີໂອໄດ້ເຖິງລະດັບ 8K 30fps ແລະ 4K 120fps ໄດ້ແບບ no crop ແຖມຍັງສາມາດຖ່າຍແບບ Raw 4:2:2  10bit ໄດ້ອີກ ຖືວ່າເປັນເຈົ້າແຫ່ງວົງການຖ່າຍວີດີໂອເລີຍກ້ອງໂຕນີ້.
ສາລະເລື່ອງໄອທີ,​ ອັບເດດໄອທີ, ໄອທີ,  ຂ່າວໄອທີ,​ ສາລະໄອທີ,  itnews, it update, ເປີດໂຕກ້ອງໃໝ່,  ເປີດໂຕ eos e5, spvmedia, spv media, spvmedia.com

ສະເປັກທັງໝົດຂອງ EOS R5

  • Sensor full frame CMOS 45MP
  • Processor  DOGIC X
  • ລະບົບໂຟກັສ Dual Pixel CMOS AFII
  • ຈຸດໂຟກັສ Automatic AF 1053 ຈຸດ ແລະ ແບບ Manuall Selectable AF Postitions 5940 ຈຸດ
  • ISO 100-51,200 (102,400 expaned)
  • Focus -6 EV
  • ກັນສັ່ນ 5 ແກນ ສາມາດຊົດເຊີຍ ສະປີດຊັດເຕີ້ໄດ້ 8 ສະຕອບ
  • ສາມາດຖ່າຍວີດີໂອໄດ້ 8K Raw 29.97 fps ພາຍໃນໂຕກ້ອງ  4:2:2:2  10bit (H.265) no crop
  • ວີດີໂອ 4K ສູງສຸດທີ່ 129.88 fps ພາຍໃນໂຕກ້ອງ 4:2:2:2  10bit (H.265)   no crop
  • ສາມາດໃຊ້ Dual Pixel ໃນທຸກໂໝດການຖ່າຍວີດີໂອ
  • ຮອງຮັບຖ່າຍວີດີໂອໃນໂໝດ C-Log ແລະ  High Dynamic Range ໃນທຸກໂໝດວີດີໂອ.
  • Dual Card Slot (CFexpress and SD card UHS-II)
  • ມີລະບົບ Head AF and Animal AF
  • Vari-angle LCD ຂະໜາດ 3,2 ນິ້ວ ຄວາມລະອຽດ 2,1 ລ້ານຈຸດ
  • EVF ຄວາມລະອຽດ 5,76 ລ້ານຈຸດ
  • ມີພອດ USB type-C
  • HDMI port, microphone, jack 3.5mm
  • Wifi 5GHz and 2.4GHz
  • Bluetooth 5.0
  • Battery LP-E6NH
  • ນ້ຳໜັກ 738 ກຣາມ
ສາລະເລື່ອງໄອທີ,​ ອັບເດດໄອທີ, ໄອທີ,  ຂ່າວໄອທີ,​ ສາລະໄອທີ,  itnews, it update, ເປີດໂຕກ້ອງໃໝ່,  ເປີດໂຕ eos e5, spvmedia, spv media, spvmedia.com

ສຳລັບລາຄາ ແລະ ວັນເວລາວາງຈຳໜ່າຍຍັງບໍ່ທັນເປີດເຜີຍໂຕເລກຢ່າງເປັນທາງການ ຄາດວ່າຈະເລີ່ມຈຳໜ່າຍໃນຊ່ວງເດືອນ 8 ຫຼື ເດືອນ 9 ນີ້ ແລະ ລາຄາຄາດວ່າໜ້າຈະຢູ່ປະມານ 3,899 ໂດລາ ສຳລັບ ບໍດີ້, ແລະ ບໍດີ້ + ເລນ RF 24-105 F/4L IS USM ຈະຢູ່ປະມານ 4,999 ໂດລາ. 

ນອກຈາກນີ້ທາງແຄນນອນເອງຍັງຂົນເຄື່ອງມາເປີດໂຕ EOS E6 ລຸ້ນນ້ອງ ແລະ ເລນໃໝ່ 4 ລຸ້ນພ້ອມ Extender ອີກ 2 ລຸ້ນອີກດ້ວຍ.

ຕິດຕາມຂ່າວສານໄດ້ທີ່ເພຈ:  ສາລະເລື່ອງໄອທີ

No comments:

Post a Comment

spv media ທີມງານຖ່າຍທຳວີດີໂອ, ຮູບເງົາ, ໂຄສະນາ ແລະ ສາລະຄະດີຕ່າງໆ Designed by Templateism.com Copyright © 2019

Theme images by Barcin. Powered by Blogger.
Published By Gooyaabi Templates