ໜັງສັ້ນແນະນຳ

ສິ້ນສຸດການລໍຄອຍ Sony ໄດ້ເປີດໂຕກ້ອງຕະກູນ A7Siii ກ້ອງເທບສາຍວີດີໂອ

ເປີດໂຕ Sony a7siii, ເປີດໂຕກ້ອງໃໝ່, ໂຊນີ້ເປີດໂຕ, a7siii laos, ຂ່າວໄອທີ, ສາລະເລື່ອງໄອທີ, ອັບເດດໄອທີ, spvmedia.com, spvmedia, spv media, it-news


ນັບວ່າເປັນການລໍຄອຍອັນຍາວນານ ເນື່ອງຈາກວ່າ ຫຼັງຈາກເປີດໂຕ A7Siii ມາແຕ່ວັນທີ 11 ກັນຍາ 2015 ທີ່ເປີດໂຕມາໄດ້ຮືຮາທີ່ສຸດ ເພາະກ້ອງລຸ້ນນີ້ ຖືກໃຈສາຍວີດີໂອຫຼາຍຄົນ ຈົນໄດ້ຮັບສຽງຕອບຮັບຫຼາຍສົມຄວນ ແຕ່ຫຼັງຈາກນັ້ນ ກໍ່ບໍ່ເຫັນໂຊນີ້ປ່ອຍລຸ້ນໃໝ່ອອກມາເລີຍ, ເຮັດໃຫ້ສາວົກຖ້າແລ້ວຖ້າອີກກໍ່ບໍ່ເຫັນມາ ຈົນລ່າສຸດ ໃນວັນທີ 28 ກໍລະກົດ 2020 ໂຊນີ້ກໍ່ເປີດໂຕອອກມາຈົນໄດ້.


Sony A7Siii ເປັນກ້ອງ Full Frame Mirrorless ທີ່ໂດດເດັ່ນທາງດ້ານວີດີໂອໃນລະດັບມືອາຊີບ ໂດຍມີເຊັນເຊີ້ ຂະໜາດ 12 ລ້ານພິກເຊວ ແບບ BSI CMOS ທີ່ສາມາດຕັ້ງຄ່າ ISO ຕັ້ງແຕ່ 80-102400 ແລະ ສາມາດປັບໄດ້ເພີ່ມເປັນ 40-409600, ແລະ ທາງໂຊນີ້ຍັງລະບຸວ່າມີ Dynamic Range ກ້ວາງເຖິງ 5 STOP ໂດຍໃຊ້ຊິບປະມວນຜົນ Bionz XR ທີ່ໄວກວ່າລຸ້ນເກົ່າເຖິງ 8 ເທົ່າ.
ເປີດໂຕ Sony a7siii, ເປີດໂຕກ້ອງໃໝ່, ໂຊນີ້ເປີດໂຕ, a7siii laos, ຂ່າວໄອທີ, ສາລະເລື່ອງໄອທີ, ອັບເດດໄອທີ, spvmedia.com, spvmedia, spv media, it-news


ປັບປຸງການອອກແບບ Body ໃໝ່ ແລະ ຮອງຮັບ Memory Card ແບບ CF Express
Sony A7Siii ກັບການອອກແບບໂຕ Body ໃໝ່ ໜ້າຈໍ LCD ສາມາດປິ່ນອອກມາທາງຂ້າງ ແລະ ໝຸນໄດ້ 360 ອົງສາໄດ້ຄື ແຄນນອນແລ້ວ ແລະ ມີຄວາມລະອຽດ 1,440,000 ຈຸດ ສ່ວນເມນູ ນັ້ນສາມາດຮອງຮັບລະບົບສຳພັດເຕັມຮູບແບບ, ສ່ວນ View Finder ນັ້ນມີຄວາມລະອຽດ 9,440,000 ຈຸດ ແລະ ຍັງມີການຍ້າຍປຸ່ມບັນທຶກວີດີໂອຂື້ນດ້ານເທິງມີ Dual Card Slot ແບບ SD Card UHS-II ແລະ CFexpress Type-A ເຊິ່ງສາມາດສຽບຊ່ອງໄດກໍ່ໄດ້ໝົດ ເພາະ ວ່າ CFexpress Type-A  ຈະມີຂະໜາດນ້ອຍກວ່າ SD Card ເລັກໜ້ອຍ ແຕ່ໜາກວ່າ ແຕ່ໄດ້ຄວາມໄວທີ່ແຮງກວ່າສາມາດຮອງຮັບຄວາມໄວໄດ້ສູງສຸດ 1000MB/s 

ເປີດໂຕ Sony a7siii, ເປີດໂຕກ້ອງໃໝ່, ໂຊນີ້ເປີດໂຕ, a7siii laos, ຂ່າວໄອທີ, ສາລະເລື່ອງໄອທີ, ອັບເດດໄອທີ, spvmedia.com, spvmedia, spv media, it-news

ເປີດໂຕ Sony a7siii, ເປີດໂຕກ້ອງໃໝ່, ໂຊນີ້ເປີດໂຕ, a7siii laos, ຂ່າວໄອທີ, ສາລະເລື່ອງໄອທີ, ອັບເດດໄອທີ, spvmedia.com, spvmedia, spv media, it-news
ເປີດໂຕ Sony a7siii, ເປີດໂຕກ້ອງໃໝ່, ໂຊນີ້ເປີດໂຕ, a7siii laos, ຂ່າວໄອທີ, ສາລະເລື່ອງໄອທີ, ອັບເດດໄອທີ, spvmedia.com, spvmedia, spv media, it-news


ຖ່າຍ ວີດີໂອ 4K ໄດ້ 120FPS  ພ້ອມລະບົບລະບາຍຄວາມຮ້ອນ ແລະ ກັນສັ່ນ 5 ແກນ ພ້ອມກັນສັ່ນແບບ ດີຈີຕອລ 

Sony A7Siii ສາມາດຖ່າຍວີດີໂອ  4K ໄດ້ 120FPS ພ້ອມອັດຕາບີບສີໄດ້ 4:2:2  10Bits Bitrate 600Mbps ແລະຍັງໃສ່ Codec ໃໝ່ເຂົ້າມາຄື XAVC-S-I  ເປັນການບີບອັດວີດີໂອແບບ H.265 bit rate 200MBit/s ແລະ ໃນສ່ວນຂອງ External Recorder ທີ່ໃຊ້ກັບພອດ HDMI 2.1 ນັ້ນສາມາດ Output 4K 60Fps ໄດ້ເຖິງ 16 Bit Raw Files (ProRess Raw) ໄປຍັງຍີ່ຫໍ້ທີ່ຮອງຮັບຢາງ Atomos (ແຕ່ Atomos ຍັງຮອງຮັບໄດ້ແຕ່ 12Bit). ໂດຍທີ່ມີລະບົບລະບາຍຄວາມຮ້ອນ ດ້ວຍແຜ່ນກະຈາຍຄວາມຮ້ອນດ້ານຫຼັງກ້ອງທີ່ສາມາດປ້ອງກັນການ OverHeat  ໄດ້ເປັນຢ່າງດີ ຮັບຮອງຖ່າຍດົນໆບໍ່ມີຕັດ. ນອກຈາກນີ້ການຖ່າຍ FHD ສາມາດໄດ້ທີ 240FPS ແຖມຍັງສາມາດ Auto Focus ໄດ້ອີກ!!!


ເປີດໂຕ Sony a7siii, ເປີດໂຕກ້ອງໃໝ່, ໂຊນີ້ເປີດໂຕ, a7siii laos, ຂ່າວໄອທີ, ສາລະເລື່ອງໄອທີ, ອັບເດດໄອທີ, spvmedia.com, spvmedia, spv media, it-news

ເປີດໂຕ Sony a7siii, ເປີດໂຕກ້ອງໃໝ່, ໂຊນີ້ເປີດໂຕ, a7siii laos, ຂ່າວໄອທີ, ສາລະເລື່ອງໄອທີ, ອັບເດດໄອທີ, spvmedia.com, spvmedia, spv media, it-news


Sony A7Siii ກັບການຖ່າຍພາບ

Sony A7Siii ສາມາດຖາຍພາບຕໍ່ເນື່ອງໄດ້ 10 FPS ໂດຍລະບົບໂຟກັສຈະເປັນແບບໃໝ່ຄື Base On AI ຫຼື Real-Time AF ທີ່ແຕກຕ່າງຈາກ Lock-On-AF ຈາກລຸ້ນເກົ່າ, ໂດຍລຸ້ນໃໝ່ນີ້ຈະເອົາ AI ມາຊ່ວຍວິເຄາະໃຫ້ມີປະສິດທິພາບສູງຂື້ນ ແລະ ຍັງຮອງຮັບການຖ່າຍຮູບແບບຟາຍ HEIF 4:2:0 ແລະ 4:2:2ແລະ JPEG ແລະ ມີ ຈຸດໂຟກັສ Phase Detection  759 ຈຸດ ແລະ ແບບ Contrast Detection 425 ຈຸດຄວບຄຸມ 92% ຂອງໜ້າຈໍ

ເປີດໂຕ Sony a7siii, ເປີດໂຕກ້ອງໃໝ່, ໂຊນີ້ເປີດໂຕ, a7siii laos, ຂ່າວໄອທີ, ສາລະເລື່ອງໄອທີ, ອັບເດດໄອທີ, spvmedia.com, spvmedia, spv media, it-news

ເປີດໂຕ Sony a7siii, ເປີດໂຕກ້ອງໃໝ່, ໂຊນີ້ເປີດໂຕ, a7siii laos, ຂ່າວໄອທີ, ສາລະເລື່ອງໄອທີ, ອັບເດດໄອທີ, spvmedia.com, spvmedia, spv media, it-news


ສະເປັກທັງໝົດຂອງ Sony A7Siii:

  • Sensor full frame Exmor R BSI CMOS 12.1MP
  • Processor  Bionz XR
  • ຈຸດໂຟກັສ Phase Detection  759 ຈຸດ ແລະ ແບບ Contrast Detection 425 ຈຸດຄວບຄຸມ 92% ຂອງໜ້າຈໍ
  • ISO 40-409600 
  • ກັນສັ່ນ 5 ແກນ ສາມາດຊົດເຊີຍ ສະປີດຊັດເຕີ້ໄດ້ 5.5 ສະຕອບ ແລະ ກັນສັ່ນດີຈີຕອລ ຄ໋ອບ 10 ເປີເຊັນ
  • ສາມາດຖ່າຍວີດີໂອໄດ້ສູງສຸດ 4K Raw 120fps ແບບ4:2:2:2  10bit Bit rate 600 Mbps
  • ວີດີໂອ FHD Slow motion 240 FPS
  • ສາມາດບັນທຶກໄດ້ທີ່ Format XAVC S-L, XAVC-HS ແລະ HAVC-S
  • ຮອງຮັບຖ່າຍວີດີໂອໃນໂໝດ S-Log2,3  ແລະ  HLG 
  • ຮອງຮັບ Anmal Eye-AF ແລະ ໂຟກັສ ຕາ ໃນຂະນະຖ່າຍວີດີໂອ.
  • Dual Card Slot (CFexpress Type-A and SD card UHS-II)
  • ບໍ່ຈຳກັດເວລາຖ່າຍວີດີໂອ ເພາະມີລະບົບລະບາຍຄວາມຮ້ອນໃນໂຕ
  • Flip  LCD ຂະໜາດ 3  ນິ້ວ ຄວາມລະອຽດ 1.44 ລ້ານຈຸດ
  • EVF OLED ຄວາມລະອຽດ 9,44 ລ້ານຈຸດ
  • ມີພອດ USB type-C, Multi(Micro USB)
  • Full size HDMI port, microphone, jack 3.5mm
  • Wifi 5GHz and 2.4GHz
  • ນ້ຳໜັກ 614 ກຣາມ

ເປີດໂຕ Sony a7siii, ເປີດໂຕກ້ອງໃໝ່, ໂຊນີ້ເປີດໂຕ, a7siii laos, ຂ່າວໄອທີ, ສາລະເລື່ອງໄອທີ, ອັບເດດໄອທີ, spvmedia.com, spvmedia, spv media, it-news


ລາຄາ ແລະ ວັນເວລາວາງຈຳໜ່າຍ

Sony A7Siii  ຈະກຽມວາງຈຳໜ່າຍໃນເດືອນກັນຍາ Body ລາຄາປະມານ 3499$ 




ຕິດຕາມຂ່າວສານໄດ້ທີ່ເພຈ:  ສາລະເລື່ອງໄອທີ

No comments:

Post a Comment

spv media ທີມງານຖ່າຍທຳວີດີໂອ, ຮູບເງົາ, ໂຄສະນາ ແລະ ສາລະຄະດີຕ່າງໆ Designed by Templateism.com Copyright © 2019

Theme images by Barcin. Powered by Blogger.
Published By Gooyaabi Templates