ສິ້ນສຸດການລໍຄອຍ
ໃນທີ່ສຸດ Apple ໄດ້ທຳການປະກາດເປີດໂຕ iPhone 12, 12 mini, 12 pro ແລະ 12 pro max ທັງ 4 ລຸ້ນຢ່າງເປັນທາງການໃນມື້ຄືນນີ້.
ໂດຍທີ່ສອງລຸ້ນເລີ່ມຕົ້ນແມ່ນ iPhone 12 ແລະ iPhone 12 mini
iPhone 12 ແລະ iPhone 12 mini ການອອກແບບແມ່ນຄືກັນໂດຍມີຄອນເຊັບທີ່ວ່າ ບາງລົງ 11% ນ້ອຍລົງ 15% ແລະ ເບົາລົງ 16% ໂດຍຍັງຄົງເປັນຂອບລ່ຽມ.
iPhone 12 ແລະ iPhone 12 mini ມາພ້ອມມາດຕະຖານກັນນ້ຳເລິກໄດ້ 6 ແມັດ ດົນ 30ນາທີ
iPhone 12 ແລະ iPhone 12 mini ຍັງມາພ້ອມກັບໜ້າຈໍແບບ Super Retina XDR ແບບທີ່ຍັງມີຕິ່ງແບບເກົ່າ ໂດຍແຕກຕ່າງກັນທີ່ຂະໜາດໜ້າຈໍ
ໂດຍ ໄອໂຟນ 12 ມີຂະໜາດຈໍ 6,1 ນິ້ວ, ສ່ວນ ໄອໂຟນ 12 mini ມີຂະໜາດໜ້າຈໍ 5,4 ນິ້ວ.
iPhone 12ແລະ iPhone 12 mini ມາພ້ອມກັບກ້ອງ
2 ໂຕເປັນເລນ wide ແລະ ເລນ Ultra-wide
12 ລ້ານພິກເຊວເທົ່າກັນ
ໂດຍໃນສ່ວນຂອງຊອບແວສ໌ ແມ່ນໄດເພີ່ມ Night mode ເຂົ້າມາເຮັດໃຫ້ສາມາດຖ່າຍຮູບໃນບ່ອນທີ່ແສງນ້ອຍໄດ້ດີຂື້ນສ່ວນວີດີໂອກໍ່ປັບປຸງເລື່ອງລະບົບກັນສັ່ນ
ແລະ ສາມາດຖ່າຍແບບ HDR ໄດ້.
iPhone 12 ແລະ iPhone 12 mini ມີຈຸດເດັ່ນທີ່ມາພ້ອມກັບຊິບ A14 Bionic ໂຕໃໝ່ຂະໜາດ 5nm ທີ່ເຄຼມວ່າເປັນຊີິບທີ່ແຮງທີ່ສຸດໃນໂລກໃນຕອນນີ້, ແລະ ແນ່ນອນ ມາພ້ອມ 5G
iPhone 12 ແລະ iPhone 12 mini ມາພ້ອມລຳໂພງແບບຄູ່ລະບົບສຽງແບບ Dolby Atmos ຮອງຮັບການສາກໄວແບບ 20W ແລະ ສາມາດສາກໄຮ້ສາຍ 7.5W ແລະ ແບບ MagSafe ໄດ້ສູງສຸດ 15W
ສະເປັກທັງໝົດຂອງ iPhone 12 ແລະ iPhone 12 mini
- ໜ້າຈໍ OLED Super Retina 6.1" | 5.4" 2340 x 1170 ພິວເຊວ
- ຄວາມໜາແໜ້ນ 476ppi | 460ppi
- CPU: Apple A14 Bionic
- ຄວາມຈຸ: 64GB/128GB/256GB
- ແບັດເຕີຣີ່ບໍລະບຸ ແຕ່ບອກວ່າສາມາດເບິ່ງວີດີໂອໄດ້ 15 ແລະ 17 ຊົ່ວໂມງ
- ຮອງຮັບສາກແບບບໍ່ໃຊ້ສາຍສູງສຸດ 7,5 W ແລະ ແບບ MagSafe ໄດ້ສູງສຸດ 15W
- ຮອງຮັບສາກໄວ 20ວັດ
- ກ້ອງຫຼັງຄູ່ Wide 12MP F/1.6, Ultra wide F/2.4 zoom Optical 2x, zoom Digital 5x
- ກ້ອງໜ້າ 12 ລ້ານພິກເຊວ F/2.2
- ກັນນ້ຳກັນຝຸ່ນ IP68 ກັນນໍ້າເລີກໄດ້ 6 ແມັດດົນ 30 ນາທີ
- ປົດລອ໋ກດ້ວຍ Face ID
- ຮອງຮັບ 5G
- ມີ 5 ສີໃຫ້ເລືອກ
- ລຳໂພງຄູ່ Stereo Dolby Atmos
- port lightning
- ລາຄາເລີ່ມຕົ້ນ 799$ iphone 12 ແລະ 699$ ສຳລັບ iphone 12 mini
iPhone 12 Pro ແລະ 12 Pro max ມາພ້ອມກ້ອງຫຼັງລະດັບເທບ ມາພ້ອມກັນສັ່ນໃນໂຕເຄື່ອງ, ປະກອບໄປດ້ວຍເລນ Wide 12MP (OIS) + Ultra wide 12MP + Telephoto 12MP (OIS) + sensor LiDAR ເຊັນເຊີ້ຈັບລະດັບເລິກຕື້ນ ຈະເຮັດໃຫ້ຮູບລະລາຍຫຼັງໄດ້ດີ ແລະ ຊ່ວຍໃຫ້ໂຟກັສພາບໄດ້ໄວຂື້ນ. ນອກນີ້ສຳລັບການຖ່າຍວີດີໂອແມ່ນສາມາດຖ່າຍແບບ Dolby vision ທັງກ້ອງໜ້າແລະຫຼັງ ທີ່ສາມາດບັນທຶກສີແບບສົມຈິງກວ່າ 700 ລ້ານສີ ເຊິ່ງເປັນຮູບແບບການຖ່າຍວີດີໂອທີ່ເປັນມາດຕະຖານດຽວກັນທີ່ຖ່າຍໃນວົງການຮູບເງົາ
ສະເປັກທັງໝົດຂອງ iPhone 12 Pro ແລະ iPhone 12 Pro max
- ໜ້າຈໍ OLED Super Retina 6.1" | 6.7" 2340 x 1170 | 2770 x 1284 ພິວເຊວ
- ຄວາມໜາແໜ້ນ 460ppi | 460ppi
- CPU: Apple A14 Bionic
- ຄວາມຈຸ: 128GB/256GB/512GB
- ແບັດເຕີຣີ່ບໍລະບຸ ແຕ່ບອກວ່າສາມາດເບິ່ງວີດີໂອໄດ້ 17 ແລະ 20 ຊົ່ວໂມງ
- ຮອງຮັບສາກແບບບໍ່ໃຊ້ສາຍສູງສຸດ 7,5 W ແລະ ແບບ MagSafe ໄດ້ສູງສຸດ 15W
- ຮອງຮັບສາກໄວ 20ວັດ
- ກ້ອງຫຼັງ Wide 12MP (OIS) + Ultra wide 12MP + Telephoto 12MP (OIS) + sensor LiDAR Optical zoom 2x, Digital zoom 10x, Pro max digital zoom 12x
- ກ້ອງໜ້າ 12 ລ້ານພິກເຊວ F/2.2
- ກັນນ້ຳກັນຝຸ່ນ IP68 ກັນນໍ້າເລີກໄດ້ 6 ແມັດດົນ 30 ນາທີ
- ປົດລອ໋ກດ້ວຍ Face ID
- ຮອງຮັບ 5G
- ມີ 4 ສີໃຫ້ເລືອກ ສີເງິີນ, ສີເທົາ, ສີຄຳ, ແລະ ສີຟ້າ
- ລຳໂພງຄູ່ Stereo Dolby Atmos
- port lightning
- ລາຄາເລີ່ມຕົ້ນ 999$ iphone 12 pro ແລະ 1099$ ສຳລັບ iphone 12 Pro max
No comments:
Post a Comment