ມາອ່ານເບິ່ງປະໂຫຍດ 7 ຂໍ້ ຂອງການກິນໂຢເກິດທຸກໆມື້ວ່າດີແນວໃດແນ່:
1. ຊ່ວຍໃຫ້ລະບົບຂັບຖ່າຍດີຂື້ນ.
ແນ່ນອນການທີ່ກິິນຈຸລິນຊີດີ ເຂົ້າໄປ, ມັນຈະຊ່ວຍໃນການປັບຄວາມສົມດຸນຂອງລະບົບທາງເດີນອາຫານ ແລະ ລະບົບຂັບຖ່າຍ, ເຮັດໃຫ້ເຮົາຂັບຖ່າຍເປັນປົກກະຕິ ແກ້ອາການເຈັບທ້ອງ ແລະ ຕິດເຊື້ອທີ່ລຳໄສ້.
2. ຄວບຄຸມນ້ຳໜັກ.
ໃນໂຢເກິດຣົດທຳມະຊາດ ມີໂປຼຕີນເປັນຈຳນວນຫຼວງຫຼາຍ ແລະ ມີແຄຣຣໍລີ້ ຕ່ຳ, ຖ້າໃຜຄິດຈະຄວບຄຸມນ້ຳໜັກແນະນຳເອົາໂຢເກິດຣົດທຳມະຊາດ ທີ່ບໍ່ປະສົມນ້ຳຕານ ແລະ ແຕ່ງກິ່ນ ນັ້ນມາປະສົມໝາກໄມ້ສົດກິນ ຍິ່ງຈະໄດ້ປະໂຫຍດຈາກໄຟເບີ້ ແລະ ໃຍອາຫານອີກດ້ວຍ.
3. ຊ່ວຍກະຕຸ້ນການເຮັດວຽກຂອງລຳໄສ້.
ໃນໂຢເກິດມີ ແລ໋ກໂຕບາຊີລັດ ເປັນຈຸລິນຊີທີ່ດີຕໍ່ລຳໄສ້, ທີ່ເຂົ້າໄປທຳລາຍພວກເຊື້ອແບັກທີເຣຍຕ່າງໆ ເຮັດໃຫ້ບໍ່ມັກເຈັບກະເພາະ, ແລະ ຮັກສາບາດແຜໃນລຳໄສ້ໃຫ້ດີຂື້ນໄວ, ນອກຈາກນີ້ ຖ້າກິນເປັນປະຈຳຈະຫຼຸດຜ່ອນຄວາມສ່ຽງໃນການເປັນມະເລັງລຳໄສ້ອີກດ້ວຍ.
4. ຊ່ວຍຮັກສາເຊື້ອລາໃນຊ່ອງຄອດ.
ສາວໆຟັງບໍ່ຜິດດອກ ວ່າກິນໂຢເກິດແລ້ວເປັນຫຍັງຮັກສາໄດ້, ຍ້ອນວ່າມັນສາມາດໄປຢັບຢັ້ງເຊື້ອແບັດທີເຣຍ ທີ່ເປັນສາເຫດໜຶ່ງເຮັດໃຫ້ຊ່ອງຄອດອັກເສບ ຫຼື ມີກີ່ນບໍ່ເພິງປະສົງອອກມາໄດ້. ຍິ່ງກິນທຸກວັນຍິ່ງເຮັດໃຫ້ການອັກເສບ ຫຼື ກຳຈັດເຊື້ອແບັດທີເຣຍ ຫຼຸດລົງຮອດ 3 ເທົ່າ
5. ຊ່ວຍໃຫ້ຮ່າງກາຍດູດຊືມແຄວຊຽມໄດ້ດີຂື້ນ.
ໂຢເກິດ ອຸດົມໄປດ້ວຍແຄວຊຽມ ກັບ ຟອສຟໍລັດ ສູງ, ແລະ ຍັງມີສານແລັກຕິກ ທີ່ເຮັດໃຫ້ແຄວຊຽມນ້ອຍລົງ ເຮັດໃຫ້ຮ່າງກາຍຄົນເຮົາດູດຊືມແຄວຊຽມໄດ້ດີ, ເຮັດໃຫ້ແຂ້ວ ກັບກະດູກແຂງແຮງຂື້ນ.
6. ຊ່ວຍຫຼຸດກິ່ນປາກ.
ດັ່ງທີ່ບອກໄປວ່າໃນໂຢເກິດມີ ແລ໋ກໂຕບາຊີລັດ ທີ່ໄປທຳລາຍເຊື້ອແບັດທີເຣຍໄດ້ ຖ້າກິນໂຢເກິດເປັນປະຈຳຈະຊ່ວຍໃຫ້ຫຼຸດປະລິມານໄຮໂດຣເຈນໄຟດ໌ ເຊິ່ງເປັນສານເຮັດໃຫ້ມີກິ່ນປາກ. ນອກຈາກນີ້ຖ້າກິນເປັນປະຈຳຈະເຮັດໃຫ້ບຳລຸງເຫືອກ ແລະ ແຂ້ວ ຫຼຸດອາການເຫືອກອັກເສບໄດ້.
7. ເສີມສ້າງພູມຕ້ານທານ
ຖ້າກິນເປັນປະຈຳ, ຈະເຮັດໃຫ້ພູມຕ້ານທານແຂງແຮງຂື້ນ ເນື້ອງຈາກມັນກຳຈັດແບັດທີເຣຍທີ່ບໍ່ດີອອກຈາກຮ່າງກາຍແລ້ວ,ຍັງມີການປັບຄວາມສົມດູນຕ່າງໆ, ຄວບຄຸມຄໍແຣັດສະເຕີຣໍ, ຊ່ວຍບຳລຸງກະດູກ ເຮັດໃຫ້ຮ່າງກາຍເຮົາພູມຕ້ານທານດີຂື້ນ
ທັງໝົດນີ້ເປັນພຽງສ່ວນໜຶ່ງຂອງປະໂຫຍດໂຢເກິດ ທີ່ດີຕໍ່ສຸຂະພາບ ທີ່ເຮົາຄວນກິນເປັນປະຈຳ
ຖ້າໃຜສົນໃຈໂຢເກິດເພື່ອສຸຂະພາບ ສາມາດຕິດຕໍ່ໄດ້ທີ່ເພຈ: ລາຊາໂຢເກິດ
No comments:
Post a Comment