ຈາກປະເດັນທີ່ Whatsapp ປັບເງື່ອນໄຂການໃຊ້ງານ ໂດຍປະກາດວ່າຈະເອົາຂໍ້ມູນສ່ວນໂຕ ແລະ ລາຍຊື່ຕິດຕໍ່ຂອງວ໋ອດແອັບໄປໃຫ້ Facebook ໄດ້ສ້າງຄວາມບໍ່ພໍໃຈໃຫ້ແກ່ຄົນເປັນຈຳນວນຫຼວງຫຼາຍ. ຫຼາຍຄົນກະເລີຍພາກັນຊອກຫາແອັບໂຕແທນຂອງ Whatsapp ມາໃຊ້ ຈົນລ່າສຸດໄດ້ແອັບໂຕແທນ 2 ແອັບໄດ້ແກ່ Telegram ແລະ Signal
ໂດຍໃຊ້ເວລາພຽງ 2 ມື້ Telegram ຈາກຍອດດາວໂຫຼດ 25 ລ້ານ ກາຍມາເປັນ 500 ປາຍລ້ານ ໂດຍເປັນແອັບທີ່ມີຄວາມນິຍົມ ແລະ ໄດ້ຮັບສຽງຍ້ອງວ່າເປັນແອັບທີ່ຫຼີ້ນແລ້ວມ່ວນ ແລະ ປັບແຕ່ງໄດ້ຫຼາຍກວ່າ Whatsapp.
ແລະ ແອັບ Signal ຈາກຍອດໂຫຼດ 7,5 ລ້ານ ກາຍມາເປັນ 50 ປາຍລ້ານໃນຊົ່ວຂ້າມຄືນ.
ຈັ່ງໃດກະຕາມແຕ່ ຕໍ່ໄປນີ້ລອງຈັບຕາເບິ່ງວ່າສອງແອັບດັ່ງກ່າວນີ້ ຈະມາທົດແທນ Whatsapp ໄດ້ບໍ່, ເພາະຕອນນີ້ Rating ຂອງ Whatsapp ຕົກຮວບລົງຫຼາຍ ມີຄົນຫຼັ່ງໄປໃຫ້ Rating 1 ດາວ ເຕັມເລີຍ. ຈົນທາງບໍລິສັດ Facebook ເອງທີ່ເປັນເຈົ້າຂອງແອັບ Whatsapp ໄດ້ອອກມາແຈ້ງວ່າ ແອັບຂອງຕົນຍັງຄົງປອດໄພຢູ່ ແຕ່ບໍ່ຮູ້ວ່າມັນຈະຊ່ວຍໃຫ້ຄວາມໜ້າເຊື່ອຖືກັບມາໄດ້ບໍ່ ຕ້ອງຕິດຕາມກັນຕໍ່ໄປ.
No comments:
Post a Comment