ຫຼັງຈາກທີ່ຖ່າຍທຳໄປຕອນເດືອນກ່ອນ ແລະ ໄດ້ຜ່ານການຕັດຕໍ່ເປັນທີ່ຮຽບຮ້ອຍແລ້ວ ລ່າສຸດທາງຜູ້ກຳກັບກໍ່ໄດ້ປ່ອຍອອກມາສູ່ສາຍຕາຂອງ ມວນຊົນແລ້ວເປັນຄັ້ງທຳອິດໂດຍເນື້ອໃນເວົ້າເຖິງເຫດການ ຫຼັງຈາກທີ່ຍິງສາວຄົນໜຶ່ງຖືກເດັກນ້ອຍມາປຸ້ນຄັ້ງໜຶ່ງແລ້ວໃນພາກທີ 1 ແລະ ຫາວິທີການເອົາໂຕລອດມາໄດ້ໂດຍບໍ່ເສຍເງິນຈັກກີບ, ມາເທື່ອນີ້ໂຊກຮ້າຍຊ້ຳສອງ ມາເຈິໂຈນຄົນໃໝ່ອີກ ເທື່ອນີ້ ຍິງສາວດັ່ງກ່າວໄດ້ໃຊ້ວິທີເກົ່າແຕ່ບໍ່ໄດ້ຜົນ ເພາະໂຈນຮູ້ທັນ. ກໍ່ເລີຍຄິດຫາວິທີເພື່ອເອົາໂຕລອດຈາກເຫດການຄັ້ງນີ້ໃຫ້ໄດ້. ຮັບປະກັນວ່າມ່ວນ ຮາກວ່າເກົ່າແນ່ນອນ
ເບິ່ງພາກທີ 1 ໄດ້ທີ່: https://youtu.be/YCSJGEGzPZw
ກົດເບິ່ງຄຣິບເຕັມໄດ້ທີ່
No comments:
Post a Comment