ໜັງສັ້ນແນະນຳ

ຮູບເງົາສັ້ນ: ເຈ້ຍໃບນັ້ນ ລົງຈໍໃຫ້ທຸກຄົນເຫັນແລ້ວ ກັບນັກສະແດງລຸ້ນນ້ອຍເຮົາທີ່ເຕັມດ້ວຍຄວາມສາມາດ



ຫຼັງຈາກທີ່ຖ່າຍທຳແລ້ວວັງທ້າຍປີກາຍນີ້ ທາງທີມງານກໍ່ໄດ້ຕັດຕໍ່ ແລະ ສົ່ງເຂົ້າປະກວດ ແຕ່ໂຊກບໍ່ເຂົ້າຂ້າງ ເລີຍເຮັດໃຫ້ບໍ່ໄດ້ລາງວັນຕິດມືມາ ແຕ່ກໍ່ບໍ່ເປັນຫຍັງ ທາງທີມງານ ແລະ ຜູ້ກຳກັບເຮົາກໍ່ໄດ້ເອົາມາອອກສາຍລົງໃນ ຢູທູບໃຫ້ຫຼາຍຄົນໄດ້ເຫັນ ແລະ ກໍ່ໄດ້ຮັບສຽງຕອບຮັບດີສົມຄວນ.

ໂດຍໃນເລື່ອງແມ່ນເວົ້າເຖິງ  ເລື່ອງລາວຂອງເດັກນ້ອຍທັງສາມຄົນ ທີ່ຖືກກຸ່ມຄົນບໍ່ດີ ຈັບໂຕມາເປັນເຄື່ອງມືຫາເງິນ, ມາຂໍທານ ມາຂາຍດອກໄມ້... ທ່າມກາງຄວາມກົດຂີ່ຂູດຮີດທີ່ຮຸນແຮງຂື້ນ ທັງສາມໄດ້ຊອກຫາຊ່ອງທາງໃນການຂໍຄວາມຊ່ວຍເຫຼືອຈາກຄົນນອກ. ທ້າຍສຸດແລ້ວ ພວກເຂົາຈະຫຼຸດພົ້ນຈາກກຸ່ມຄົນບໍ່ດີນັ້ນໄດ້ຫຼືບໍ່ ? ຮັບຊົມໄດ້ໃນເລື່ອງສັ້ນເລື່ອງນີ້.

ສາມາດກົດເບິ່ງໄດ້ໃນວີດີໂອລຸ່ມນີ້:



No comments:

Post a Comment

spv media video production in Laos ທີມຖ່າຍທຳວີດີໂອຄົບວົງຈອນ Designed by Templateism.com Copyright © 2019

Theme images by Barcin. Powered by Blogger.
Published By Gooyaabi Templates