ໜັງສັ້ນແນະນຳ

Xiaomi ອວດເທັນໂນໂລຊີສາກໄວທີ່ສຸດໃນໂລກເຖິງ 200W ສາກແບັດແຕ່ 0-100% ບໍ່ຮອດ 10 ນາທີ

ສາກໄວທີ່ສຸດໃນໂລກ,  ຊຽວໝີ, Xioami, spvmedia, ສາລະໄອທີ, ສາລະເລື່ອງໄອທີ, ຂ່າວໄອທີ

Xiaomi ອວດເທັກໂນໂລຢີສາກໂຄດໄວ 0-100% ບໍ່ຮອດ 10 ນາທີ!!!

ກາຍເປັນຂ່າວຮືຮາ ເມື່ອ Xiaomi ໄດ້ເປີດໂຕເທັກໂນໂລຢີສາກໄວທີ່ສຸດຂອງສະມາດໂຟນທີ່ມີມາໃນໂລກໃບນີ້ນະຕອນນີ້. ໂດຍສາມາດສາກຄວາມແຮງເຖິງ 200W ໂດຍການທົດລອງສາກແບັດ 4000mAh ຈາກ 0-100% ໃນ 8 ນາທີ
ແລະ ຖ້າຫາກຟ້າວແທ້ໆ ແມ່ນສາມາດສາກ 3 ນາທີໄດ້ແບັດ 50ເປີເຊັນເລີຍ

ນອກຈາກເປີດໂຕສາກມີສາຍແລ້ວ ຍັງມີການສາກໂດຍ ໄວເລດ ໂດຍຄວາມໄວບໍ່ຕ່າງກັນຫຼາຍຄືສາກແຕ່ 0-100ເປີເຊັນ ໃຊ້ເວລາພຽງແຕ່ 15ນາທີ

ສາກໄວທີ່ສຸດໃນໂລກ,  ຊຽວໝີ, Xioami, spvmedia, ສາລະໄອທີ, ສາລະເລື່ອງໄອທີ, ຂ່າວໄອທີ



ຖືໄດ້ວ່າເປັນເທັກໂນໂລຊີ ແຫ່ງອານາຄົດ ເຮົາຕ້ອງຈັບຕາເບິ່ງວ່າ ຊຽວໝີ ຈະໃຊ້ໃນໂທລະສັບຍີ່ຫໍ້ໃດ ແລະ ອາຍຸແບັດເຕີຣີ ຈະກຸ້ມດົນປານໃດຕ້ອງລໍຖ້າເວລາທີ່ເຄື່ອງຈິງອອກມາ ໃນອານາຄົດ. ໂດຍທາງຊຽວໝີເອງກໍ່ບໍ່ໄດ້ບອກລາຍລະອຽດວ່າຈະພ້ອມໃຊ້ກັບສະມາດໂຟນລຸ້ນໃດ ແລະ ຈະອອກມາຕອນໃດ ຕ້ອງລໍຖ້າຕິດຕາມຕອນຕໍ່ໄປ

ເບິ່ງວີດີໂອໄດ້ລຸ່ມນີ້:



No comments:

Post a Comment

spv media video production in Laos ທີມຖ່າຍທຳວີດີໂອຄົບວົງຈອນ Designed by Templateism.com Copyright © 2019

Theme images by Barcin. Powered by Blogger.
Published By Gooyaabi Templates