ໜັງສັ້ນແນະນຳ

ການໂຫດຫາເລື່ອງທີ່ຕ້ອງການສ້າງ ຈະສິ້ນສຸດລົງພາຍໃນວັນທີ 15 ກໍລະກົດນີ້

ຫຼັງຈາກທີ່ໄດ້ມີການປະກາດໃຫ້ໂຫດໜັງສັ້ນທີ່ຕ້ອງການໃຫ້ພວກເຮົາສ້າງມາໄດ້ເກືອບ 2 ອາທິດ ໃນທີ່ສຸດກໍ່ໄກ້ຮອດມື້ທີ່ໄດ້ລາງວັນແລ້ວໂດຍໃນວັນທີ 15 ກໍລະກົດນີ້ຈະເປັນມື້ສຸດທ້າຍໃນການໂຫວດ ຫາເລື່ອງທີ່ໂດນໃຈ ແລະ ລຸ້ນລາງວັນໄປພ້ອມກັບເຮົາ. ໂດຍມີເນື້ອໃນດັ່ງນີ້:


ໂຫວດລຸ້ນລາງວັນ, ຫຼີ້ນເກມ,  ໜັງເລື່ອງໃໝ່,  ລຸ້ນລາງວັນໄປກັບ spv media production


ຮ່ວມໂຫວດເພື່ອລຸ້ນລາງວັນຈາກພວກເຮົາ !!!
ລາຍຊື່ຮູບເງົາສັ້ນລຸ່ມນີ້ເປັນເລື່ອງທີ່ພວກເຮົາວາງແຜນຈະສ້າງພາຍໃນປີ 2021 ແຕ່ເນື່ອງຈາກສະຖານະການບໍ່ອຳນວຍ ເລີຍຖືກເລື່ອນອອກໄປເຮັດໃຫ້ສາມາດສ້າງໄດ້ທັນພຽງເລື່ອງດຽວ ຢາກຖາມແຟນໆເພຈວ່າ ຢາກເບິ່ງເລື່ອງໃດຫຼາຍທີ່ສຸດ ? ຮູບເງົາໃດຖືກໂຫວດຫຼາຍພວກເຮົາຈະນຳມາສ້າງ ເປັນເລື່ອງໃຫ້ໄດ້ເບິ່ງກັນ. ໂດຍທີ່ຜູ້ໂຊກດີຈາກການເຮັດຖືກກະຕິກາ ແລະ ທາງທີມງານສຸ່ມເລືອກຈະໄດ້ຮັບລາງວັນລຳໂພງ JBL ຂອງແທ້ຈາກ JBL ເນື້ອໃນເລື່ອງສັ້ນມີດັ່ງລຸ່ມນີ້:
1. ເລື່ອງ: ເສັ້ນດ້າຍສີແດງ
ເປັນເລື່ອງແນວລຶກລັບ ແລະ ໄຂປິດສະໜາ ຈາກເສັ້ນດ້າຍສີແດງເສັ້ນໜຶ່ງທີ່ພົວພັນກັບຊີວິດ ຂອງພະເອກ, ໂດຍພະເອກຈະຕ້ອງຕາມຫາຄຳຕອບວ່າເສັ້ນດ້າຍເສັ້ນນີ້ແມ່ນມີຄວາມເປັນມາແນວໃດກັນແທ້.

2. ເລື່ອງ: ຮັກບັງບົດ
ເປັນເລື່ອງແນວຄວາມຮັກ ໂຣແມນຕິກ ເວົ້າເຖິງເລື່ອງລາວຂອງຄວາມຮັກຂອງພະເອກ ແລະ ນາງເອກທີ່ມາຈາກເມືອງບັງບົດ ໂດຍທັງສອງຈະຕ້ອງຜ່ານຜ່າສິ່ງກີດຂວາງຄວາມຮັກເຂົາທັງສອງໃຫ້ໄດ້.

3. ເລື່ອງ: ດອກໄມ້ກັບຄວາມຮັກ.
ເປັນເລື່ອງລາວຂອງຄວາມຮັກໄວລຸ້ນ ທີ່ເລີ່ມຈາກການເປັນໝູ່ກັນ ແລະ ຄວາມຮູ້ສຶກໄດ້ກາຍມາເປັນຄົນຮັກ

4. ເລື່ອງ: ຈົນກວ່າຟ້າຈະສົດໃສ ພາກ 2
ເລື່ອງລາວສຸດ ດຣາມ່າ ສານຕໍ່ຈາກພາກທີ 1 ທີ່ຫຼາຍຄົນຄິດວ່າຈົບໄປແລ້ວ, ແຕ່ໂຕລະຄອນ ນາງ ຍັງຄົງດຳເນີນຕໍ່ໄປແບບເຂັ້ມຂຸ້ນ ແລະ ດຣາມາ ສຸດໆ ເຮັດໃຫ້ຄົນເສຍນ້ຳຕາອີກແນ່ນອນ

5. ຊີຣີ້ສັ້ນ: ເມຍຂ້ອຍຢູ່ໃສ
ເລື່ອງລາວແນວປະຈົນໄພ ຈາກການອອກຕາມຫາເມຍຜູ້ທີ່ເປັນທີ່ເຄົາລົບຮັກຂອງພະເອກ ທີ່ມື້ໜຶ່ງຕື່ນມາບໍ່ເຫັນເມຍ ເຂົາກໍ່ເລີຍອອກຕາມຫາພ້ອມຄູ່ຫູສຸດຮາ ແບ່ງອອກເປັນຫຼາຍຕອນ ຫຼາຍອັດທະລົດ.

6. ເລື່ອງ: ຝາກໃຈໄວ້ .... (ຈຸດ ຈຸດ ຈຸດ)
ເປັນເລື່ອງລາວຄວາມຮັກຂອງຄົນຕ່າງຖິ່ນທີ່ໄປພົບພໍ້ກັນ ໃນສະຖານທີ່ໜຶ່ງ ດ້ວຍຄວາມບັງເອີນເຮັດໃຫ້ທັງສອງ ໄດ້ຜູກພັນກັນ ແລະ ກໍ່ເກີດເປັນຄວາມຮັກ.

ກະຕິກາຮ່ວມຫຼິ້ນເກມ:
1. ກົດໂຫວດໂດຍການໄລ້ຮູບພາບ ຕາມຮູບ ອີໂມຈິ ໃນຮູບ
2. ກົດແຊໂພສ ພ້ອມເປີດເປັນສາທາລະນະ ພ້ອມໃສ່ເຫດຜົນທີ່ຢາກເບິ່ງ ແລະ ຢາກສະແດງຮ່ວມ ພ້ອມໃສ່ hashtag #spvmedia.
3. ກົດຖືກໃຈເພຈ.
ທາງທີມງານຈະສຸ່ມຫາຜູ້ໂຊກດີຂອງຜູ້ທີ່ໂຫວດໜັງທີ່ໄດ້ຮັບໂຫວດຫຼາຍທີ່ສຸດ ແລະ ເຮັດຖືກກະຕິກາທັງ 3 ຂໍ້ຂ້າງເທິງ ແລະ ປະກາດຫາຜູ້ໂຊກດີວັນທີ 18 ກໍລະກົດ 2021 ນີ້
ຜູ້ໂຊກດີຈະໄດ້ຮັບລຳໂພງ JBL Go 2 ພ້ອມທັງໄດ້ສິດທິພິເສດ ຮ່ວມສະແດງເລື່ອງທີ່ພວກເຮົາກຽມຈະສ້າງ (ພ້ອມທັງຖືກພິຈາລະນາໃຫ້ເຂົ້າຮ່ວມເປັນທີມງານພວກເຮົາ ໃນອະນາຄົດ)

ປິດໂຫວດວັນທີ 15 ກໍລະກົດນີ້.

No comments:

Post a Comment

spv media video production in Laos ທີມຖ່າຍທຳວີດີໂອຄົບວົງຈອນ Designed by Templateism.com Copyright © 2019

Theme images by Barcin. Powered by Blogger.
Published By Gooyaabi Templates