ລົງທະບຽນຈອງລະບົບ Smart Security ໃນລາຄາຖືກກວ່າລາຄາໂຕຈິງ 50% (Eary bird price)
ຮັບສະເພາະແຕ່ 30 ຄົນທຳອິດຈະໄດ້ລາຄາພິເສດ ຖືກກວ່າລາຄາຕົວຈິງເຄິ່ງໜຶ່ງ, ກະລຸນາຕື່ມຂໍ້ມູນໃຫ້ຄົບຖ້ວນ, ຫຼັງຈາກທີ່ລະບົບຖືກພັດທະນາສົມບູນແລ້ວ ພວກເຮົາຈະໄປຕິດຕັ້ງໃຫ້ທ່ານ ພ້ອມຮັບປະກັນ 1 ປີເຕັມ
ເງື່ອນໄຂ ແລະ ລາຍລະອຽດເພີ່ມເຕີມ
ລະບົບຂອງພວກເຮົາ ແມ່ນກຳລັງຢູ່ໃນຊ່ວງທົດລອງ ໄກ້ເສັດສົມບູນໃນອີກ 1-2 ເດືອນ
ຫຼັງຈາກລະບົບຜ່ານການທົດສອບເສັດສົມບູນແລ້ວ ທາງທີມງານຈະຕິດຕໍ່ຫາທາງລູກຄ້າທີ່ຈອງຄິວໄວ້ ຕາມລຳດັບ ໝາຍຄວາມວ່າ ຜູ້ໃດຈອງກ່ອນ ຈະໄດ້ຕິດຕັ້ງກ່ອນ
ຫຼັງຈາກຕິດຕໍ່ແລ້ວ ທາງທີມງານຈະສອບຖາມຄວາມຕ້ອງການຂອງລູກຄ້າເພີ່ມເຕີມ, ແລະ ທາງລູກຄ້າຈະຕ້ອງມັດຈຳເງິນຈຳນວນ 30% ເພື່ອຢືນຢັນວ່າ ຕົນເອງຍອມຮັບຕິດຕັ້ງແທ້.
ຫຼັງຈາກລູກຄ້າມັດຈຳແລ້ວ ທີມງານຕ້ອງກະກຽມອຸປະກອນ ທົດສອບລະບົບ ກ່ອນໄປຕິດຕັ້ງໃຫ້ລູກຄ້າ ແລະ ນັດມື້ຕິດຕັ້ງກັບລູກຄ້າພາຍໃນ 7 ວັນ.
ລູກຄ້າຕ້ອງໄດ້ສົ່ງສະຖານທີ່ຕິດຕັ້ງ ໃຫ້ທີມງານ.
ການຕິດຕັ້ງຈະໃຊ້ເວລາ 1 ວັນ
ຫຼັງຕິດຕັ້ງຈະໄດ້ມີການສອນນຳໃຊ້ ໃຫ້ແກ່ລູກຄ້າ ແລະ ຮັບປະກັນລະບົບໃຫ້ເປັນເວລາ 1 ປີ, ຖ້າກໍລະນີມີການເປ່ເພ ແມ່ນ ທີມງານຈະໄດ້ເຂົ້າມາກວດສອບ ແລະ ສ້ອມແປງ ປ່ຽນໃໝ່ເຄື່ອງໃໝ່ໃຫ້ຖ້າຈຳເປັນ.
ສຳລັບລາຄານີ້ແມ່ນຮັບພຽງ 30 ຄົນທຳອິດ, ຖ້າກາຍຄິວແມ່ນຈະໄດ້ຊື້ໃນລາຄາເຕັມ.
ລະບົບນີ້ແມ່ນຂອງຄົນລາວ 100 ເປີເຊັນ ເຮົາພັດທະນາເອງ, ລູກຄ້າສາມາດໝັ້ນໃຈໄດ້ໃນຄຸນນະພາບ ຈະແຕກຕ່າງຈາກຂອງຈີນທີ່ຂາຍທົ່ວໄປ, ແລະ ສາມາດບອກເງື່ອນໄຂ ໄດ້ວ່າຕ້ອງການແນວໃດ ສາມາດ ເພີ່ມຄວາມສາມາດອື່ນໆເຂົ້າໄດ້ ແຕ່ຈະຕ້ອງໄດ້ເພີ່ມຄ່າໃຊ້ຈ່າຍຂື້ນຕາມເງື່ອນໄຂ.
ສອບຖາມເພີ່ມເຕີມໄດ້ທີ່ເບີໂທ: 77733448, 79999561