ກ່ຽວກັບພວກເຮົາ | Who we are ?

ທີມງານພວກເຮົາ ກໍ່ສ້າງຕັ້ງຂື້ນແຕ່ປີ 2011 ໃນຮູບແບບ ຟຣີແລ້ນ, ຮັບງານທົ່ວໄປ ບໍ່ຄ່ອຍມີໃຜຮູ້ຈັກ ເພາະເປັນທີມແບັກອັບໃນເບື້ອງຫຼັງ, ມີແຕ່ລູກຄ້າທີ່ໃຊ້ບໍລິການບອກຕໍ່ໆກັນໄປ.
ຈຸດເລີ່ມຕົ້ນແມ່ນເກີດຈາກຄວາມມັກຮັກໃນດ້ານການຖ່າຍຮູບ ແລະ ວີດີໂອ, ມາຈາກບຸກຄົນທີ່ຫຼາຍອາຊີບ, ມາລວມໂຕກັນ ເຮັດໃນສິ່ງທີ່ມັກ ຈົນພັດທະນາມາຮັບງານຕໍ່ໆກັນມາຫຼາຍປີ.
ຈົນໃນທີ່ສຸດ ອີງຕາມຄວາມຕ້ອງການລູກຄ້າທີ່ຫຼາຍຂື້ນ ພວກເຮົາໄດ້ຈົດທະບຽນມາເປັນບໍລິສັດ ໃນ ວັນທີ 15/5/2023, ເຖິງຈະເປັນບໍລິສັດທີ່ຫາກະກໍ່ຕັ້ງ ແຕ່ປະສົບການພວກເຮົາ
"ມີຫຼາຍກວ່າ 10 ປີແນ່ນອນ".

Our team was established in 2011 in a Freeland, starting from our passion who love photography and video. not much person knows us, because we are a back-up team behind the scenes. Only customers who used the service tell each other... We have received jobs continuously for many years.
Finally, we registered as a company on 15/5/2023. We are a newly established company, but our experience is "more than 10 years for sure".

ສິ່ງທີ່ພວກເຮົາເຮັດມາແລ້ວທັງໝົດລວມມີ:

  1. ວີດີໂອງານອີເວັ້ນ: ງານດອງ, ງານມັດແຂນ, ຂື້ນເຮືອນໃໝ່, ພຣີເວັດດິ້ງ, ງານບຸນ, ງານລ້ຽງລູກຄ້າບໍລິສັດ, ງານລ້ຽງພະນັກງານ, ງານຈັບສະຫຼາກ, ງານເປີດໂຕບໍລິສັດໃໝ່, ງານມອບຮັບເຄື່ອງຊ່ວຍເຫຼືອ, ງານມະຫາກຳດົນຕຣີ ແລະ ອີກອື່ນໆນັບບໍ່ຖ້ວນ.

  2. ວີດີໂອໂຄສະນາ: ໂຄສະນາໂຄງການ, ໂຄສະນາຫ້ອງການ, ໂຄສະນາການບໍລິການຂອງບໍລິສັດ, ໂຄສະນາເຄື່ອງໃຊ້ ເຄື່ອງສຳອາງ, ໂຄສະນາຫ້າງຂາຍເຄື່ອງ, ໂຄສະນາໂຮງຮຽນ ແລະ ອື່ນໆ

  3. ຮູບເງົາ: ຖ່າຍທຳມາແລ້ວຫຼາຍເລື່ອງ ບໍ່ວ່າຈະເປັນເລື່ອງສັ້ນ, ເລືອງປານກາງ, ໜັງໂຄສະນາ, ໜັງປະກອບເອັມວີເພງ ສາມາດໄປເບິ່ງບາງສ່ວນໄດ້ໃນຊ່ອງຢູທູບຂອງພວກເຮົາ

  4. ເອັມວີເພງ: ພວກເຮົາຜະລິດ ແລະ ຖ່າຍທຳລິບຊິ້ງ, ເອັມວີປະກອບເພງ ແລະ ເຜີຍແຜ່ບາງສ່ວນອອກທາງຢູທູບຂອງພວກເຮົາ ສາມາດໄປເບິ່ງໄດ້

  5. ສາລະຄະດີ: ໄດ້ເຄີຍຖ່າຍທຳ ສາລະຄະດີໃຫ້ ຄະນະໜຶ່ງໃນ ມະຫາວິທະຍາໄລແຫ່ງຊາດ, ສາລະຄະດີ ໃຫ້ແຂວງຊຽງຂວາງ ແລະ ສາລະຄະດີ ໂຄງກງານຈາກເກົາຫຼີ

  6. ຖ່າຍທຳລາຍການ: ໄດ້ຖ່າຍທຳລາຍການແຕ່ງອາຫານຂອງເຊບຈາກຢູໂຣບ, ລາຍການທ່ອງທ່ຽວ, ລາຍການ ສຳພາດຕ່າງໆ.

  7. ພາກສຽງ: ພາກສຽງໂຄສະນາ, ສຽງປະກອບສາລະຄະດີ ແລະ ວີດີໂອອື່ນໆ ທັງພາສາລາວ, ພາສາມົ້ງ ແລະ ພາສາອັງກິດ.

  8. ຖ່າຍຮູບ: ງານອີເວັ້ນຕ່າງໆຄົບວົງຈອນ.

  9. ສົ່ງເສີມພາກລັກ ແລະ ແບນຂອງລູກຄ້າ: ອີກໜຶ່ງບໍລິການທີ່ພວກເຮົາເຮັດໄດ້ ແລະ ເຮັດໃຫ້ລູກຄ້າມາແລ້ວນັ້ນແມ່ນ ການສ້າງເວັບໄຊສ໌, ສ້າງອີເມວບໍລິສັດ, ຮັບຈົດໂດເມນ, ສ້າງເພຈ, ສ້າງຊ່ອງທາງໂຊຊ່ຽວມີເດຍ ແລະ ຮັບຍິງໂຄສະນາ

Below are some tasks that we archived in the past:

  1. Event video: wedding ceremony, Barci ceremony, new house, donation, pre-wedding, customer's company dinner, staff party, company launching, music show and more.

  2. Advertising video: project in Laos, company advertising, company product, building, super store, school and more.

  3. Movie: we completed many short films, short and medium movies, movie advertising, short film for music... check some of our videos on Youtube channel @spvmedia

  4. Music video: we have completed some of lip-sing video, song produce and music video, Please check some of our videos on Youtube channed @spvmedia.

  5. Documentary: We completed documentary video of some faculty of National University of Laos, Xiengkhuang province and work with documentary team from south Korea and Europe.

  6. TVC program: chef from Europe, Tourism video and interviews.

  7. Voice over: voice over video advertising, documentary and others, we can provide service in Lao, Hmong and English.

  8. Photography: all event.

  9. Online marketing: one more service that we have provided to customers: website creation, business email, domain name register, create page, social media channel, and promote customer page.

Some of our tasks | ຮູບບາງສ່ວນຂອງຜົນງານເຮົາຜ່ານມາ

SPV ຫຍໍ້ມາຈາກ = Sound, Picture, Video ແມ່ນການບໍລິການຂອງພວກເຮົາທີ່ເນັ້ນໜັກໄປທາງນີ້, ເຮົາສາມາດ ໃຫ້ຄຳປຶກສາ ແລະ ໃຫ້ບໍລິການທ່ານໄດ້ທຸກເວລາ

SPV = "Sound, Picture, Video" this is our main services that we can provide you. not only services but we can be your advisor for your work as well.